ກອງປະຊຸມກົນໄກປຶກສາຫາລືບັນຫາອາຟະການິດສະຖານລະຫວ່າງຈີນ, ອາເມຣິກາ, ຣັດເຊຍ+ ຈະຈັດຂຶ້ນຢູ່ຈີນ

2022-03-30 16:26:55 cri

ວັນທີ 29 ມີນານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ແຈ້ງສະພາບກ່ຽວກັບກົນໄກປຶກສາຫາລືບັນຫາອາຟະກະນິດສະຖານລະຫວ່າງຈີນ, ອາເມຣິກາ, ຣັດເຊຍ+ ວ່າ: ຜ່ານການປຶກສາຫາລືລະຫວ່າງຝ່າຍຕ່າງໆ, ໃນໄລຍະຈັດກອງປະຊຸມລັດຖະມົນຕີຕ່າງປະເທດຂອງປະເທດໃກ້ຄຽງອາຟະການິດສະຖານຄັ້ງທີ 3 ລະຫວ່າງວັນທີ 30 ຫາວັນທີ 31 ມີນານີ້, ຈະຈັດກອງປະຊຸມກົນໄກປຶກສາຫາລືບັນຫາອາຟະການິດສະຖານລະຫວ່າງຈີນ, ອາເມຣິກາ, ຣັດເຊຍ+.

ທ່ານວ່າງເວີນປິ່ນກ່າວວ່າ: ທ່ານເຢ້ຍສຽວຢົງ ທູດພິເສດວຽກງານອາຟະການິດສະຖານກະຊວງການຕ່າງປະເທດຈີນຈະເປັນປະທານກອງປະຊຸມ, ຜູ້ຕາງໜ້າພິເສດກ່ຽວກັບບັນຫາອາຟະການິດສະຖານຈາກອາເມຣິກາ, ຣັດເຊຍ ແລະປາກີສະຖານຈະເຂົ້າຮ່ວມກອງປະຊຸມ, ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນຈະພົບປະກັບຜູ້ຕາງໜ້າຂອງຝ່າຍຕ່າງໆໂດຍລວມ.

ທ່ານວາງເວີນປິ່ນກ່າວຕື່ມວ່າ: “ຈີນ, ອາເມຣິກາ, ຣັດເຊຍແລະປາກີສະຖານລ້ວນແຕ່ແມ່ນປະເທດທີ່ມີອິດທິພົນສຳຄັນຕໍ່ບັນຫາອາຟະການິດສະຖານ, ພວກຂ້າພະເຈົ້າຫວັງວ່າ: ຜ່ານກອງປະຊຸມຄັ້ງນີ້ ແລະກອງປະຊຸມລັດຖະມົນຕີຕ່າງປະເທດຂອງປະເທດໃກ້ຄຽງອາຟະການິດສະຖານ, ຈະມີການຕອບສະໜອງຢ່າງຕັ້ງໜ້າ, ເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນໃນບັນຫາອາຟະການິດສະຖານຂອງຝ່າຍຕ່າງໆຕື່ມອີກ, ຊຸກຍູ້ໃຫ້ປະເທດຢູ່ພາກພື້ນແລະປະຊາຄົມໂລກເພີ່ມທະວີການສະໜັບສະໜູນຕໍ່ການສ້າງສັນຕິພາບຄືນໃໝ່ຂອງອາຟະການິດສະຖານ, ຊ່ວຍເຫຼືອອາຟະການິດສະຖານບັນລຸສັນຕິພາບ, ສະຖຽນລະພາບແລະການພັດທະນາໂດຍໄວ.”