ຈີນຄັດຄ້ານອາເມຣິກາມີການໄປມາຫາສູ່ກັນຝ່າຍທາງການກັບໄຕ້ຫວັນດ້ວຍທຸກຮູບແບບ

2022-03-30 16:29:44 cri

ວັນທີ 30 ມີນານີ້, ຫ້ອງການວຽກງານໄຕ້ຫວັນຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ເຊິ່ງມີນັກຂ່າວຖາມວ່າ: ກ່ອນໜ້ານີ້, ໄຕ້ຫວັນແລະອາເມຣິກາໄດ້ເຊັນມະຕິກ່ຽວກັບການຂາຍລະບົບສື່ສານຂໍ້ມູນຂ່າວສານພາກສະໜາມຢ່າງເປັນທາງການ, ມີການວິຈານເຫັນວ່າ ບົດບາດຂອງລະບົບນີ້ສາມາດປ່ຽນແປງທົ່ວສະໜາມຮົບ ເຊິ່ງເປັນການກະກຽມດ້ານການບັນຊາຂໍ້ມູນຂ່າວສານເພື່ອກອງທັບອາເມຣິກາໄປສູ້ຮົບຮ່ວມກັນຢູ່ໄຕ້ຫວັນໃນອະນາຄົດ. ຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?

ທ່ານນາງຈູ່ເຟີ້ງລຽນ ໂຄສົກຫ້ອງການວຽກງານໄຕ້ຫວັນຂອງລັດຖະບານຈີນກ່າວວ່າ: ພວກຂ້າພະເຈົ້າເດັດດ່ຽວຄັດຄ້ານອາເມຣິກາຂາຍອາວຸດໃຫ້ເຂດໄຕ້ຫວັນຈີນ, ຄັດຄ້ານອາເມຣິກາມີການໄປມາຫາສູ່ກັນຝ່າຍທາງການກັບໄຕ້ຫວັນດ້ວຍທຸກຮູບແບບ ເຊິ່ງລວມທັງມີການພົວພັນດ້ານການທະຫານ. ເຈົ້າໜ້າທີ່ພັກປະຊາຊທິປະໄຕກ້າວໜ້າຂອງໄຕ້ຫວັນມີເຈດຕະນາຢາກສົມຮູ້ຮ່ວມຄິດກັບອິດທິກຳລັງພາຍນອກ ເພື່ອແບ່ງແຍກປະເທດຈີນດ້ວຍກຳລັງອາວຸດ, ມີແຕ່ຈະຊຸກຍູ້ໃຫ້ໄຕ້ຫວັນໄປສູ່ໄພພິບັດ.