ກອງປະຊຸມລັດຖະມົນຕີຕ່າງປະເທດຂອງປະເທດໃກ້ຄຽງອັຟການິດສະຖານຄັ້ງທີ 3 ຈັດຂຶ້ນຢູ່ເມືອງທຸນຊີ່ແຂວງອ່ານຫຸ່ຍຈີນ

2022-03-31 13:49:11 CRI


ຕອນເຊົ້າວັນທີ 31 ມີນານີ້, ກອງປະຊຸມລັດຖະມົນຕີຕ່າງປະເທດຂອງປະເທດໃກ້ຄຽງອັຟການິດສະຖານຄັ້ງທີ 3ໄດ້ຈັດຂຶ້ນຢູ່ເມືອງທຸນຊີ່ແຂວງອ່ານຫຸ່ຍຈີນ, ໂດຍມີທ່ານຫວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນເປັນປະທານກອງປະຊຸມ. ລັດຖະມົນຕີຕ່າງປະເທດ ຫຼື ຜູ້ຕາງໜ້າ 6 ປະເທດ ຄື ປາກິສະຖານ ອີຣານ ຣັດເຊຍ, ຕັດຈິກິດສະຖານ, ຕວັກເມນິດສະຖານ, ອຸດສະເບກິດສະຖານໄດ້ເຂົ້າຮ່ວມກອງປະຊຸມ. ຝ່າຍຕ່າງໆໄດ້ແລກປ່ຽນຄວາມຄິດຄວາມເຫັນ ແລະ ປະສານງານກັນກ່ຽວກັບຫຼັກໝັ້ນຢ່າງເຕັມສ່ວນພາຍໃຕ້ຫົວຂໍ້ຕ່າງໆ, ເຊັ່ນ: ຊຸກຍູ້ສະຖານະການຂອງອັຟການິດສະຖານກ້າວໄປສູ່ສະຖຽນລະພາບ, ຊ່ວຍເຫຼືອ ປະຊາຊົນອັຟການິດສະຖານ ແລະອື່ນໆ.


ຫຼັງຈາກກອງປະຊຸມ, ທ່ານຫວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນຍັງຈະເປັນປະທານກອງປະຊຸມສົນທະນາລະຫວ່າງລັດຖະມົນຕີຕ່າງປະເທດ ຂອງ “ປະເທດໃກ້ຄຽງ + ອັຟການິດສະຖານ”  ໂດຍເຊື້ອເຊີນທ່ານອາມີ ຄານ ມຸດຕາກີ ວ່າການແທນລັດຖະມົນຕີກະຊວງການຕ່າງປະເທດລັດຖະບານຊົ່ວຄາວອັຟການິດສະ ຖານເຂົ້າຮ່ວມ, ສ່ວນລັດຖະມົນຕີກະຊວງການຕ່າງປະເທດຂອງອິນໂດເນເຊຍ ແລະ ກາຕາຈະເຂົ້າຮ່ວມກອງປະຊຸມໃນຖານະເປັນແຂກຖືກເຊີນ.