ຈີນເຜີຍແຜ່ບົດລາຍງານວ່າດ້ວຍຍຸດທະສາດແລະວິທີທາງບັນລຸການປ່ອຍກາກບອນໃຫ້ເຖິງລະດັບສູງສຸດແລະການປອດການປ່ອຍກາກບອນ

2022-04-01 11:51:39 cri


  ກອງປະຊຸມສາກົນເພື່ອການພັດທະນາອຸດສາຫະກຳການປະດິດສ້າງໃໝ່ແລະ ຈະເລີນໃໝ່ຄັ້ງທີ 6 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 31 ມີນາຜ່ານ ມາ,ໃນກອງປະຊຸມໄດ້ເຜີຍແຜ່ບົດລາຍງານວ່າດວ້ຍຍຸດທະສາດແລະວິທີທາງ ແຫ່ງການບັນລຸການປ່ອຍກາກບອນໃຫ້ເຖິງລະດັບສູງສຸດແລະການປອດການ ປ່ອຍກາກບອນຂອງຈີນເຊິ່ງເປັນຜົນການໃຫ້ຄຳປຶກສາແລະຄົ້ນຄວ້າທີ່ສຳຄັນຂອງສະພາບັນດິດວິສະວະກຳຈີນແລະຜົນການປະດິດສ້າງໃໝ່ທີ່ສຳຄັນຂອງບັນດິດ.



  ບົດລາຍງານສະບັບນີ້ຊີ້ໃຫ້ເຫັນວ່າ,ການບັນລຸການປ່ອຍກາກບອນໃຫ້ເຖິງ ລະດັບສູງສຸດແລະການປອດການປ່ອຍກາກບອນແມ່ນເສັ້ນທາງທີ່ຕ້ອງຜ່ານໃນ ການຊຸກຍູ້ເສດຖະກິດສັງຄົມຂອງປະເທດຈີນໃຫ້ພັດທະນາດ້ວຍຄຸນນະພາບສູງ,ໃນຂະນະດຽວກັນກໍ່ປະເຊີນກັບສິ່ງທ້າທາຍຫຼາຍຢ່າງ.ຜ່ານການປະພຶດທີ່ຕັ້ງໜ້າ ແລະເປັນເຈົ້າການ,ບວກກັບຄວາມພະຍາຍາມຮ່ວມກັນຂອງທົ່ວສັງຄົມ,ການປ່ອຍກາກບອນຂອງປະເທດຈີນມີຫວັງຈະບັນລຸລະດັບສູງສຸດໃນລະຫວ່າງປີ2027, ຕົວເລກສູງສຸດຈະຄວບຄຸມໄວ້ປະມານ12,2ຕື້ໂຕນ.ບົນພື້ນຖານດັ່ງກ່າວຈະຊຸກຍູ້ຮູບແບບການພັດທະນາໃຫ້ບັນລຸການຫັນປ່ຽນໂດຍພື້ນຖານແລະສາມາດບັນລຸ ການປອດການປ່ອຍກາກບອນກ່ອນປີ2060.


 ບົດລາຍງານທີ່ເຜີຍແຜ່ໃນຄັ້ງນີ້ຍັງໄດ້ຊີ້ໃຫ້ເຫັນວ່າ:ການຊຸກຍູ້ການບັນລຸ ການປ່ອຍກາກບອນໃຫ້ເຖິງລະດັບສູງສຸດແລະການປອດການປ່ອຍກາກບອນ ຢ່າງມີລະບຽບຕ້ອງຍຶດໝັ້ນຍຸດທະສາດສຳຄັນ 8 ຂໍ້,ຄື:ການປະຢັດເປັນ ບູລິມະສິດ ຄວາມໝັ້ນຄົງດ້ານພະລັງງານ ການທົດແທນດ້ວຍພະລັງງານ ທີ່ບໍ່ແມ່ນຟໍຊິວ ຫັນເປັນເອເລັກໂຕຼນິກອີກ ການນຳໃຊ້ຊັບພະຍາກອນແບບໝູນ ວຽນ ການອາຍັດກາກບອນ ການຫັນເປັນດີຈີຕອນແລະການຮ່ວມມືສາກົນ.ບົນ ພື້ນຖານດັ່ງກ່າວ,ຈະຕ້ອງຜ່ານ 7 ວິທີທາງເຊັ່ນ:ການຍົກລະດັບຄຸນນະພາບແລະ ປະສິດທິຜົນການພັດທະນາເສດຖະກິດ;ສ້າງລະບົບພະລັງງານທີ່ສະອາດ ກາກບອນຕ່ຳ ປອດໄພແລະ ມີປະສິດທິພາບສູງ;ເລັ່ງລັດການສ້າງລະບົບພະລັງ ງານໄຟຟ້າແບບໃໝ່ທີ່ຖືພະລັງງານໃໝ່ເປັນຫຼັກ,ແລະອື່ນໆເພື່ອບັນລຸການປ່ອຍ ກາກບອນໃຫ້ເຖິງລະດັບສູງສຸດແລະການປອດການປ່ອຍກາກບອນ.