ທ່ານວາງຢີ້ກ່າວວ່າ: ຈີນມີ 5 ຍຶດໝັ້ນໃນບັນຫາອູແກຣນ

2022-04-01 17:04:59 cri

ວັນທີ 31 ມີນາແລ້ວນີ້, ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເປັນປະທານຈັດກອງປະຊຸມລັດຖະມົນຕີຕ່າງປະເທດຂອງປະເທດໃກ້ຄຽງອາຟະການິດສະຖານຄັ້ງທີ 3 ແລະກອງປະຊຸມສົນທະນາລະຫວ່າງລັດຖະມົນຕີຕ່າງປະເທດຂອງປະເທດໃກ້ຄຽງອາຟະການິດສະຖານກັບລັດຖະບານຊົ່ວຄາວອາຟະການິດສະຖານຄັ້ງທຳອິດຢູ່ເມືອງທຸນຊີ່ແຂວງອ່ານຫຸ່ຍຈີນ. ຫຼັງຈາກກອງປະຊຸມ, ທ່ານວາງຢີ້ໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອແຈ້ງໃຫ້ຮູ້ຄວາມເຫັນທີ່ເປັນເອກະພາບກັນແລະໝາກຜົນສຳຄັນຂອງກອງປະຊຸມ ພ້ອມທັງຕອບຄຳຖາມຂອງນັກຂ່າວ.

ກ່ຽວກັບບັນຫາທີ່ນັກຂ່າວຖາມວ່າ: ຈີນໄດ້ເສີມຂະຫຍາຍບົດບາດຫຍັງແດ່ໃນບັນຫາອູແກຣນ? ທ່ານວາງຢີ້ກ່າວວ່າ: ນັບແຕ່ວິກິດການອູແກຣນເກີດຂຶ້ນເປັນຕົ້ນມາ, ຈີນໄດ້ຢືນຢູ່ທາງຂ້າງຂອງຄວາມເປັນທຳ, ຍຶດໝັ້ນຄວາມເປັນເອກະລາດແລະເປັນເຈົ້າຕົນເອງ, ເຄົາລົບພາວະວິໄສແລະຍຸຕິທຳ. ບົດບາດຂອງຈີນຕົ້ນຕໍແມ່ນຢືນຢູ່ໃນ 5 ຍຶດໝັ້ນດັ່ງລຸ່ມນີ້: ໜຶ່ງແມ່ນຍຶດໝັ້ນທິດທາງທີ່ຖືກຕ້ອງຂອງສັນຕິພາບແລະຊຸກຍູ້ການເຈລະຈາ; ສອງແມ່ນຍຶດໝັ້ນຫຼັກການພື້ນຖານແຫ່ງການພົວພັນສາກົນ; ສາມແມ່ນຍຶດໝັ້ນປ້ອງກັນບໍ່ໃຫ້ກັບຄືນສູ່ແນວຄິດສົງຄາມເຢັນ; ສີ່ແມ່ນຍຶດໝັ້ນຮັກສາສິດແລະຜົນປະໂຫຍດທີ່ຊອບທຳຂອງປະເທດຕ່າງໆ; ຫ້າແມ່ນຍຶດໝັ້ນປັບປຸງສັນຕິພາບແລະສະຖຽນລະພາບຂອງອາຊີປາຊີຟິກ.