ການທຸລະກິດຜ່ານລະບົບຊຳລະເງິນຂອງຈີນໃນປີ 2021 ໄດ້ເພີ່ມຂຶ້ນຢ່າງໜັກແໜ້ນ

2022-04-03 14:53:03 CRI

ວັນທີ 2 ເມສານີ້, ທະນາຄານປະຊາຊົນຈີນ ທີ່ເປັນທະນາຄານກາງຂອງຈີນ ໄດ້ເປີດເຜີຍສະພາບລວມຂອງການທຸລະກິດຂອງລະບົບຊຳລະເງິນໃນປີ 2021.

ມາຮອດທ້າຍປີ 2021, ທົ່ວປະເທດຈີນໄດ້ເປິດບັນຊີທະນາຄານ 13,664 ຕື້ບັນຊີ, ເພີ່ມຂຶ້ນ 9% ເມື່ອທຽບໃສ່ປີ 2020. ໃນນັ້ນ, ຈຳນວນບັນຊີ ທະນາຄານຂອງໜ່ວຍງານໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຈຳນວນບັນຊີທີ່ເປີດໃໝ່ ຂອງອົງກອນຕະຫຼາດໄດ້ເພີ່ມຂຶ້ນຢ່າງວ່ອງໄວ. ມາຮອດທ້າຍປີ 2021, ບັນຊີທະນາຄານຂອງໜ່ວຍງານຕ່າງໆໃນທົ່ວປະເທດຈີນມີເຖິງ 83,3697 ລ້ານບັນຊີ, ເພີ່ມຂຶ້ນ 11,44% ເມື່ອທຽບໃສ່ປີ 2020.
ຈຳນວນບັດທະນາຄານໄດ້ເພີ່ມຂຶ້ນໜ້ອຍໜຶ່ງ ແລະ ການຊຳລະເງິນດ້ວຍ ບັດທະນາຄານ ໄດ້ເພີ່ມຂຶ້ນຢ່າງໜັກແໜ້ນ. ມາຮອດທ້າຍປີ 2021, ທະນາຄານຕ່າງໆໃນທົ່ວປະເທດໄດ້ອອກບັດ 9,247 ຕື້ບັດ, ເພີ່ມຂຶ້ນ 3,26% ເມື່ອທຽບໃສ່ປີ 2020; ລະບົບຊຳລະເງິນໄດ້ສຳເລັດການຊຳລະເງິນ 933,623 ຕື້ບ້ວງ, ມີມູນຄ່າເຖິງ 9.450.690 ຕື້ຢວນ, ຕ່າງໄດ້ເພີ່ມຂຶ້ນ 27,53% ແລະ 15,32% ຕາມລຳດັບ.