ລັດຖະບານຊົ່ວຄາວອັຟການີສະຖານປະກາດຫ້າມປູກຝິ່ນ

2022-04-04 14:15:59 cri

    

ວັນທີ 3 ເມສານີ້ຕາມເວລາທ້ອງຖິ່ນ, ລັດຖະບານຊົ່ວຄາວອັຟການີສະຖານ ໄດ້ຈັດກອງ ປະຊຸມຖະແຫຼງຂ່າວ ໂດຍປະກາດວ່າ: ເລີ່ມແຕ່ວັນທີ 3 ເມສານີ້ເປັນຕົ້ນໄປ, ໃນທົ່ວ ປະເທດອັຟການີສະຖານ ຫ້າມປູກຢາຝິ່ນ, ຫ້າມຜະລິດ, ຫ້າມນຳໃຊ້ ແລະຂົນສົ່ງຢາ ເສບຕິດປະເພດຕ່າງໆ. ຖ້າຜູ້ໃດລະເມີດແລ້ວກໍຈະຖືກອົງການຕຸລາການກ່າວຟ້ອງ ແລະ ຖືກລົງໂທດຢ່າງເຂັ້ມງວດ. ພ້ອມກັນນັ້ນ, ອັງກໍຮໍ ກໍຢູ່ໃນໝວດເຄື່ອງຫ້າມທີ່ປະກາດເທື່ອ ນີ້ເຊັ່ນກັນ.