ອາເມຣິກາຄວນເປັນແບບຢ່າງໃນການຫ້າມອາວຸດຊີວະພາບ ແຕ່ບໍ່ຄວນມີການຍົກເວັ້ນ

2022-04-05 15:49:15 CRI

ວັນທີ 4 ເມສານີ້ຕາມເວລາທ້ອງຖິ່ນ, ທ່ານຫຼີຊົ່ງ ເອກອັກຄະລັດຖະທູດດ້ານ ການຫຼຸດກຳລັງທະຫານຂອງຈີນ ໄດ້ເຂົ້າຮ່ວມກອງປະຊຸມກະກຽມຄັ້ງທີ 2 ຂອງກອງປະຊຸມ ຄົ້ນຄວ້າພິຈາລະນາ “ສົນທິສັນຍາຫ້າມອາວຸດຊີວະພາບ” ຄັ້ງທີ 9 ໂດຍຊີອອກວ່າ: ໃນການປະຕິບັດພັນທະທຸກປະການທີ່ກຳນົດໄວ້ໃນ “ສົນທິສັນຍາຫ້າມອາວຸດຊີວະພາບ” ນັ້ນ, ອາເມຣິກາເປັນປະເທດຮັບເອົາສົນທິສັນຍາດັ່ງກ່າວ, ຄວນປະພຶດໂຕເປັນແບບຢ່າງ, ແຕ່ບໍ່ຄວນກະທຳແບບມີການຍົກເວັ້ນ.

ທ່ານຫຼີຊົ່ງ ກ່າວວ່າ: ໃນໄລຍະມໍ່ໆມານີ້, ຣັດເຊຍໄດ້ເປີດເຜີຍເອກະສານທີ່ກ່ຽວຂ້ອງ ຂອງອາເມຣິກາທີ່ດຳເນີນການເຄື່ອນໄຫວທາງການທະຫານຊີວະພາບຢູ່ອູແກຣນ ເຊິ່ງພາໃຫ້ ປະຊາຄົມໂລກໃຫ້ຄວາມສົນໃຈໂດຍທົ່ວໄປ. ອາເມຣິກາເປັນປະເທດທີ່ດຳເນີນການເຄື່ອນ ໄຫວທາງການທະຫານຊີວະພາບທີ່ຫຼາຍທີ່ສຸດໃນໂລກ, ແລະກໍແມ່ນປະເທດທີ່ຄັດຄ້ານ ການສ້າງກົນໄກກວດກາຕາມສົນທິສັນຍາດັ່ງກ່າວພຽງປະເທດດຽວ, ປະຊາຊົມໂລກຈຶ່ງມີ ຄວາມລະແວງສົງໄສຕໍ່ອາເມຣິກາ ເຊິ່ງເປັນເລື່ອງທີ່ສົມເຫດສົມຜົນ.

ນອກນີ້, ອາເມຣິກາກໍມີຄວາມຈຳເປັນໃຫ້ຄວາມກະຈ່າງແຈ້ງຕໍ່ການເຄື່ອນໄຫວທາງ ການທະຫານຊີວະພາບທີ່ດຳເນີນຢູ່ແຫ່ງອື່ນໆໃນທົ່ວໂລກຂອງຕົນ ເພື່ອເປັນການໃຫ້ຄຳ ຕອບທີ່ຈະແຈ້ງ ແລະ ໜ້າເຊື່ອຖື ແກ່ປະຊາຄົມໂລກ. ໃນຖານະເປັນຮັບເອົາ “ສົນທິສັນຍາຫ້າມອາວຸດຊີວະພາບ”, ອາເມຣິກາຄວນປະພຶດໂຕເປັນແບບຢ່າງ ແຕ່ບໍ່ຄວນ ກະທຳແບບມີການຍົກເວັ້ນ ໃນການປະຕິບັດພັນທະທຸກປະການທີ່ກຳນົດໄວ້ໃນສົນທິສັນຍາ ດັ່ງກ່າວ.