ຣັດເຊຍຈະສົ່ງຫຼັກຖານທີ່ກ່ຽວຂ້ອງກັບເຫດການບູຈາແກ່ສະພາຄວາມໝັ້ນຄົງ ສປຊ

2022-04-05 14:20:17 cri


ວັນທີ 4 ເມສານີ້ຕາມເວລາທ້ອງຖິ່ນ, ທ່ານວະຊິລິ ເນເບັນຈາ ຜູ້ຕາງໜ້າຖາວອນ ຂອງຣັດເຊຍປະຈຳອົງການສະຫະປະຊາຊາດ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວ ທີ່ຈັດຂຶ້ນຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນິວຢອກວ່າ: ຣັດເຊຍຈະສົ່ງ ຫຼັກຖານໃຫ້ແກ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໃນວັນທີ 5 ເມສານີ້, ເພື່ອຢືນຢັນວ່າ ເຫດການສັງຫານປະຊາຊົນຢູ່ເມືອງບູຈາ ແມ່ນການເຄື່ອນໄຫວໂຄສະນາ ທີ່ຝ່າຍອູແກຼນວາງແຜນແລະປະຕິບັດເອງ. ທ່ານຍັງກ່າວຕື່ມວ່າ: ອັງກິດໃນຖານະເປັນ ປະເທດປະທານໝູນວຽນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ ປະຕິເສດຄວາມຮ້ອງຂໍຂອງຣັດເຊຍກ່ຽວກັບການຈັດກອງປະຊຸມສຸກເສີນກ່ຽວກັບເຫດການດັ່ງກ່າວ, ການກະທຳດັ່ງກ່າວຂອງອັງກິດເປັນການທຳລາຍຫຼັກການປຶກສາຫາລືຂອງ ສະພາຄວາມໝັ້ນຄົງອົງການ ສປຊ.
ວັນທີ 3 ເມສານີ້, ສື່ມວນຊົນອູແກຼນໄດ້ເຜີຍແຜ່ພາບແລະວິດີໂອຈຳນວນໜຶ່ງ ກ່ຽວກັບປະຊາຊົນເມືອງບູຈາເສຍຊີວິດ, ອູແກຼນໄດ້ກ່າວປະນາມກອງທັບຣັດເຊຍທີ່ໄດ້ກໍ່ ເຫດການທາລຸນດັ່ງກ່າວ. ຫຼັງຈາກນັ້ນ, ຣັດເຊຍໄດ້ຮ້ອງຂໍສະພາຄວາມໝັ້ນຄົງອົງການ ສະຫະປະຊາຊາດຈັດກອງປະຊຸມສຸກເສີນກ່ຽວກັບເຫດການດັ່ງກ່າວ, ແຕ່ໄດ້ຖືກອັງກິດ ເຊິ່ງເປັນປະເທດປະທານໝູນວຽນຂອງສະພາຄວາມໝັ້ນຄົງປະຕິເສດ.