3 ເດືອນທຳອິດປີນີ້ ອາເມຣິກາມີໝື່ນກວ່າຄົນເສຍຊີວິດຍ້ອນເຫດການຍິງກັນ

2022-04-05 14:34:03 CRI

ເວັບໄຊເອກະສານເກົ່າຄະດີໃຊ້ອາວຸດປືນກໍ່ຄວາມຮຸນແຮງຂອງອາເມຣິກາ ໄດ້ເປີດ ເຜີຍຕົວເລກສະຖິຕິຮອດເວລາ 3 ໂມງເຊົ້າມືດຂອງວັນທີ 4 ເມສານີ້ຕາມເວລາວຽງຈັນ  ໂດຍສະແດງໃຫ້ເຫັນວ່າ: ນັບແຕ່ຕົ້ນປີມານີ້, ການໃຊ້ອາວຸດປືນກໍ່ຄວາມຮຸນແຮງຢູ່ ອາເມຣິກາ ໄດ້ເຮັດໃຫ້ຢ່າງໜ້ອຍມີຜູ້ເສຍຊີວິດ 10.806 ຄົນ, ໃນນັ້ນ, ມີຜູ້ບໍ່ເຕັມກະສຽນອາຍຸ 398 ຄົນ; ນອກນີ້, ຍັງມີ 8.558 ຄົນໄດ້ຮັບບາດເຈັບ, ໃນນັ້ນ, ມີຜູ້ບໍ່ເຕັມກະສຽນອາຍຸ 937 ຄົນ; ໄດ້ເກີດເຫດການຍິງກັນ 119 ລາຍ ທີ່ເຮັດໃຫ້ຢ່າງໜ້ອຍມີຜູ້ເສຍຊີວິດແລະບາດເຈັບ 4 ຄົນ ທີ່ບໍ່ລວມທັງມືປືນ.

ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາແລ້ວ, ຈຳນວນຜູ້ເສຍຊີວິດ ແລະ ຜູ້ບາດເຈັບ ຍ້ອນເຫດການໃຊ້ອາວຸດປືນກໍ່ຄວາມຮຸນແຮງຢູ່ອາເມຣິກາລ້ວນແຕ່ໄດ້ເພີ່ມຂຶ້ນ. ສະເລ່ຍ ຕໍ່ມື້ແລ້ວ, ອາເມຣິກາໄດ້ມີຫຼາຍກວ່າ 116 ຄົນເສຍຊີວິດ ແລະ ມີຫຼາຍກວ່າ 92 ຄົນໄດ້ຮັບບາດເຈັບຍ້ອນເຫດການໃຊ້ອາວຸດປືນກໍ່ຄວາມຮຸນແຮງ.
ມີຜົນວິເຄາະໄດ້ປະເມີນວ່າ: ປະຊາກອນອາເມຣິກາກວມປະຊາກອນທົ່ວໂລກພຽງແຕ່ 5% ເທົ່ານັ້ນ, ແຕ່ພັດມີປືນຖືຄອງກວມ 46% ຂອງໂລກ. ປະຊາຊົນອາເມຣິກາມີປືນຖືຄອງ ເກືອບ 400 ລ້ານກະບອກ, ສະເລ່ຍແລ້ວ, ແຕ່ລະ 100 ຄົນໃດຈະມີປືນຖືຄອງປະມານ 120 ກະບອກ.