WHO ກ່າວວ່າ: ຢາພື້ນເມືອງຈີນມີປະສິດທິຜົນໃນການປິ່ນປົວພະຍາດໂຄວິດ-19

2022-04-07 17:46:36 cri

      ຫວ່າງກ່ອນນີ້ບໍ່ດົນ, ອົງການອະນາໄມໂລກຫຼື WHO ໄດ້ເຜີຍແຜ່ “ບົດລາຍງານກ່ຽວກັບການປິ່ນປົວພະຍາດໂຄວິດ-19 ດ້ວຍຢາພື້ນເມືອງຈີນໃນກອງປະຊຸມປະເມີນຜົນຂອງຜູ້ຊ່ຽວຊານ” ໂດຍໄດ້ຢືນຢັນຢ່າງຈະແຈ້ງວ່າ:ຢາພື້ນເມືອງຈີນມີປະສິດທິຜົນແລະມີຄວາມປອດໄພດີໃນການປິ່ນປົວພະຍາດໂຄວິດ-19 ແລະໄດ້ສົ່ງເສີມໃຫ້ປະເທດສະມາຊິກອົງການອະນາໄມໂລກພິຈາລະນານຳໃຊ້ຢາພື້ນເມືອງຈີນເຂົ້າໃນການປິ່ນປົວພະຍາດໂຄວິດ-19ພາຍໃຕ້ຂອບການຕິດຕາມຄຸ້ມຄອງແລະລະບົບປ້ອງກັນສຸຂະພາບດ້ານສາທາລະນະສຸກຂອງຕົນ.

      ກອງປະຊຸມປະເມີນຜົນຂອງຜູ້ຊ່ຽວຊານຂອງອົງການອະນາໄມໂລກກ່ຽວກັບການປິ່ນປົວພະຍາດໂຄວິດ-19 ດ້ວຍຢາພື້ນເມືອງຈີນໄດ້ຈັດຂຶ້ນແຕ່ວັນທີ 28 ກຸມພາຫາວັນທີ 2 ມີນາປີນີ້ຜ່ານທາງຮູບແບບວິດີໂອ. ຜູ້ຊ່ຽວຊານລະດັບສາກົນ 21 ທ່ານຈາກສຳນັກງານປະຈຳພາກພື້ນຂອງອົງການອະນາໄມໂລກ 6 ແຫ່ງໄດ້ດຳເນີນການຄົ້ນຄວ້າພິຈາລະນາກ່ຽວກັບຜົນການທົດລອງປິ່ນປົວ,ການຄົ້ນຄວ້າວິທະຍາສາດ,ການຕີລາຄາທີ່ມີຫຼັກອ້າງອີງແລະດ້ານອື່ນໆ,ໄດ້ດຳເນີນການແລກປ່ຽນແລະການປະເມີນຜົນຕໍ່ບົດລາຍງານທີ່ກ່ຽວຂ້ອງກ່ຽວກັບການປິ່ນປົວພະຍາດໂຄວິດ-19 ດ້ວຍຢາພື້ນເມືອງຈີນທີ່ຜູ້ຊ່ຽວຊານຈີນສະເໜີໃນກອງປະຊຸມແລະໄດ້ຜ່ານການຮັບຮອງຈາກກອງປະຊຸມການປະເມີນຜົນຂອງຜູ້ຊ່ຽວຊານ.