ຫຼັກໝັ້ນຂອງຈີນກ່ຽວກັບສະມັດຊາໃຫຍ່ອົງການສະຫະປະຊາຊາດຮັບຮອງມະຕິກ່ຽວກັບການລະງັບຖານະການເປັນສະມາຊິກສະພາສິດທິມະນຸດຂອງຣັດເຊຍເປັນການຊົ່ວຄາວ

2022-04-09 15:00:04 CRI


     ໂດຍແນໃສ່ເລື່ອງສະມັດຊາໃຫຍ່ອົງການສະຫະປະຊາຊາດຮັບຮອງມະຕິກ່ຽວກັບການລະງັບຖານະການເປັນສະມາຊິກສະພາສິດທິມະນຸດຂອງຣັດເຊຍເປັນການຊົ່ວຄາວ, ວັນທີ 8 ເມສານີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວເນັ້ນໜັກຫຼັກໝັ້ນຂອງຝ່າຍຈີນໃນກອງປະຊຸມຖະແຫຼງຂ່າວວ່າ: ຈີນເດັດດ່ຽວຄັດຄ້ານການຫັນບັນຫາສິດທິມະນຸດເປັນບັນຫາການເມືອງ ແລະເປັນເຄື່ອງມື, ຄັດຄ້ານການໃຊ້ສອງມາດຕະຖານແລະການເປັນປໍລະປັກກັນໃນບັນຫາສິດທິມະນຸດ ແລະຄັດຄ້ານການໃຊ້ຄວາມກົດດັນຕໍ່ປະເທດອື່ນດ້ວຍບັນຫາສິດທິມະນຸດ.


     ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ, ທ່ານຈ້າວລີ້ຈ່ຽນຊີ້ໃຫ້ເຫັນວ່າ: ຂະບວນການຮ່າງມະຕິທີ່ກ່ຽວຂ້ອງບໍ່ເປີດເຜີຍແລະບໍ່ປອດໄສ, ແລະບໍ່ໄດ້ຈັດການປຶກສາຫາລືລະຫວ່າງປະເທດສະມາຊິກທັງໝົດເພື່ອຂໍຄວາມເຫັນຢ່າງກວ້າງຂວາງຕາມຮີດສາກົນ. ການທີ່ລະງັບຖານະການເປັນສະມາຊິກສະພາສິດທິມະນຸດຂອງປະເທດສະມາຊິກໃດໜຶ່ງຄືແນວນີ້, ຈະເຮັດໃຫ້ການຕໍ່ຕ້ານກັນຮ້າຍແຮງຂຶ້ນຕື່ມ, ສ້າງຜົນກະທົບທີ່ໜັກໜ່ວງກວ່າເກົ່າຕໍ່ລະບົບບໍລິຫານຂອງອົງການສະຫະປະຊາຊາດ ແລະສ້າງຜົນຮ້າຍທີ່ໜັກໜ່ວງ. ຈີນຮຽກຮ້ອງໃຫ້ບັນດາຝ່າຍໃຊ້ພຶດຕິກຳທີ່ມີຈຸດປະສົງອັນດຽວ, ພະຍາຍາມຮ່ວມກັນ, ສ້າງໂອກາດໃຫ້ແກ່ສັນຕິພາບ, ບຸກເບີກອະນາຄົດໃຫ້ແກ່ການເຈລະຈາ.