ສະໜາມຝຶກຍິງປືນແຫ່ງໜຶ່ງຂອງລັດໂຈເຈຍອາເມຣິກາຖືກປຸ້ນຈີ້

2022-04-10 15:00:14 cri


ເຈົ້າໜ້າທີ່ຕຳຫຼວດຂອງນະຄອນກຣັນວິວ ລັດໂຈເຈຍອາເມຣິກາ ໄດ້ອອກຖະແຫຼງການ ໃນຕອນເຊົ້າມືດຂອງວັນທີ 9 ເມສານີ້ຕາມເວລາທ້ອງຖິ່ນວ່າ: ເວລາປະມານ 17 ໂມງເຄິ່ງຂອງວັນທີ 8 ເມສານີ້, ສະໜາມຝຶກຍິງປືນແຫ່ງໜຶ່ງໄດ້ຖືກປຸ້ນຈີ້, ສົ່ງຜົນເຮັດໃຫ້ ຄູ່ຜົວເມຍທີ່ເປັນເຈົ້າຂອງສະໜາມຝຶກຍິງປືນແລະຫຼານຂອງເຂົາເຈົ້າ ທັງໝົດ 3 ຄົນເສຍຊີວິດ, ພ້ອມກັນນັ້ນມີອາວຸດປືນປະມານ 40 ກະບອກຖືກປຸ້ນ.

ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນກ່າວວ່າ: ຕຳຫຼວດໄດ້ຮີບໄປຮອດບ່ອນເກີດເຫດ ຫຼັງເກີດເຫດປະ ມານ 2 ຊົ່ວໂມງເຄິ່ງ, ປັດຈຸບັນພວມສືບສວນ-ສອບສວນເຫດການດັ່ງກ່າວ. ຍ້ອນວ່າພວກ ປຸ້ນຈີ້ໄດ້ປຸ້ນເອົາອາວຸດປືນຈຳນວນຫຼວງຫຼາຍ, ສຳນັກງານຄຸ້ມຄອງຢາສູບ, ເຫຼົ້າ, ປືນ ແລະວັດຖຸລະເບີດອາເມຣິກາ ຫຼື ATF ໄດ້ເຂົ້າຮ່ວມການສືບສວນ-ສອບສວນແລ້ວ, ແລະໄດ້ວາງເງິນລາງວັນ 1,5 ໝື່ນໂດລາສະຫະລັດເພື່ອຊອກຫາເບາະແສ.