ທ່ານມາຄຣົງແລະທ່ານນາງເລີແປນຈະສືບຕໍ່ແຂ່ງຂັນກັນໃນການເລືອກຕັ້ງປະທານາທິບໍດີຝລັ່ງໃນຮອບທີສອງ

2022-04-11 15:03:42 cri

ອີງຕາມຜົນການຢັ່ງຫາງສຽງທີ່ສື່ມວນຊົນລັ່ງເປີດເຜີຍໃນຕອນຄ່ຳວັນທີ10ເມສານີ້, ທ່ານເອມມານູແອນ ມາຄຣົງ ປະທານາທິບໍດີຝລັ່ງຊຸດປັດຈຸບັນ ແລະທ່ານນາງ ມາຣີນ ລີແປນ ຜູ້ສະໝັກເລືອກຕັ້ງຈາກພັກໂຮມຊຸມນຸມແຫ່ງຊາດ” ເຊິ່ງເປັນພັກການເມືອງຂວາຈັດໄດ້ຄະແນນສຽງຫຼາຍກວ່າໝູ່ໃນການປ່ອນບັດຮອບທຳອິດຂອງການເລືອກຕັ້ງປະທານາທິບໍດີຝລັ່ງທີ່ຈັດຂຶ້ນໃນມື້ດຽວກັນ,ສອງທ່ານຈະແຂ່ງຂັນກັນໃນການເລືອກຕັ້ງປະທານາທິບໍດີຮອບທີສອງ.