ສະຫະພາບເອີລົບບໍ່ເປັນເອກະພາບກັນກ່ຽວກັບຂໍ້ຫ້າມຊື້ນ້ຳມັນເຊື້ອໄຟແລະອາຍແກັສທຳມະຊາດຈາກຣັດເຊຍ

2022-04-12 15:37:41 cri

ວັນທີ8ເມສານີ້ຕາມເວລາທ້ອງຖິ່ນ, ສະຫະພາບເອີລົບໄດ້ຮັບຮອງມາດຕະການລົງໂທດຣັດເຊຍຮອບທີ5 ເຊິ່ງລວມທັງຂໍ້ຫ້າມຊື້ຖ່ານຫີນຈາກຣັດເຊຍ. ນີ້ແມ່ນຄັ້ງທຳອິດທີ່ສະຫະພາບເອີລົບໄດ້ໃຊ້ມາດຕະການລົງໂທດຣັດເຊຍທາງດ້ານພະລັງງານ ຫຼັງຈາກຣັດເຊຍໄດ້ປະຕິບັດການພິເສດທາງການທະຫານກັບອູແກຣນເປັນຕົ້ນມາ.

   ວັນທີ11ເມສານີ້,ລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດສະມາຊິກສະຫະພາບເອີລົບໄດ້ຈັດກອງປະຊຸມຢູ່ລຸກຊຳບວກ ເພື່ອປຶກສາຫາລືກັນຕື່ມອີກກ່ຽວກັບການຫ້າມຊື້ພະລັງງານຈາກຣັດເຊຍ,ແຕ່ບໍ່ໄດ້ຕົກລົງເປັນເອກະພາບກັນກ່ຽວກັບຂໍ້ຫ້າມຊື້ນ້ຳມັນເຊື້ອໄຟຈາກຣັດເຊຍ.