ຈີນກ່າວວ່າ, ນາໂຕບໍ່ຄວນມີເຈຕະນາສ້າງຄວາມວຸ້ນວາຍໃຫ້ກັບອາຊີ ແລະທົ່ວໂລກອີກຕໍ່ໄປ

2022-04-12 10:11:46 cri

ໂດຍແນໃສ່ຂໍ້ອ້າງຂອງກຸ່ມນາໂຕທີ່ວ່າຈີນໄດ້ຂະຫຍາຍອິດທິພົນ, ທ່ານ ຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ຊີ້ໃຫ້ເຫັນໃນວັນທີ 11 ເມສານີ້ວ່າ: ຍາມໃດ, ຈີນກໍແມ່ນຜູ້ສ້າງສັນຕິພາບຂອງໂລກ, ຜູ້ປະກອບສ່ວນເຂົ້າໃນການພັດທະນາໂລກ ແລະ ຜູ້ປົກປັກຮັກສາລະບຽບສາກົນ, ຈີນຈະສືບຕໍ່ເດີນຕາມເສັ້ນທາງການພັດທະນາໂດຍສັນຕິຢ່າງເດັດດ່ຽວໜຽວແໜ້ນ. ການພັດທະນາຂອງຈີນ ແມ່ນໂອກາດສຳລັບທົ່ວໂລກ, ຫາກບໍ່ໄດ້ເປັນໄພຂົ່ມຂູ່ຕໍ່ຜູ້ໃດ.

ທ່ານ ຈ້າວລີ້ຈ່ຽນ ກ່າວຕື່ມວ່າ: ນາໂຕຄວນຢຸດເຊົາການປ່ອຍຂ່າວລື ແລະ ຖ້ອຍຄວາມທີ່ມີລັກສະນະທ້າທາຍເກາະຜິດຝ່າຍຈີນໃນທັນທີ, ແລະປະຖິ້ມການເປັນປໍລະປັກກັນຍ້ອນຮູບຖານຈິດສຳນຶກທີ່ຕ່າງກັນ. ນາໂຕໄດ້ສ້າງຄວາມວຸ້ນວາຍໃຫ້ກັບເອີຣົບແລ້ວ ແລະ ບໍ່ຄວນມີເຈຕະນາສ້າງຄວາມວຸ້ນວາຍໃຫ້ກັບອາຊີ ກໍຄືໃຫ້ກັບທົ່ວໂລກອີກຕໍ່ໄປ.