ໂທລະສັບມືຖືໜ່ວຍນ້ອຍໆກາຍເປັນເຄື່ອງມືກະສິກຳແບບໃໝ່ທີ່ຊ່ວຍຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢູ່ເຂດທີ່ໝັ້ນການປະຕິວັດເກົ່າ

2022-04-12 12:34:17 CRI



ປັດຈຸບັນນີ້, ຢູ່ນະຄອນຢຽນອ່ານແຂວງສ້ານຊີ່, ເຂດທີ່ໝັ້ນການປະຕິວັດເກົ່າຂອງຈີນ, ຊາວກະສິກອນໄດ້ເຊີນຊວນລູກຄ້າຮັບອຸປະຖຳຕົ້ນໝາກໄມ້ຜ່ານທາງອິນເຕີເນັດ, ຖ່າຍທອດສົດຢ່າງເປັນປະຈຳເພື່ອແຈ້ງສະພາບການເຕີບໃຫຍ່ຂອງສວນໝາກໄມ້ໃຫ້ກັບລູກຄ້າ, ຫຼັງຈາກເກັບກ່ຽວໝາກໄມ້ແລ້ວກໍຝາກໝາກໄມ້ສົດໄປຮອດເຮືອນລູກຄ້າໂດຍໄວ. ໂດຍນຳໃຊ້ໂທລະສັບມືຖື, ຊາວກະສິກອນນັບມື້ນັບຫຼາຍພວມສົ່ງຜະລິດຕະພັນທີ່ເປັນເອກະລັກຂອງຢຽນອ່ານອອກໄປນອກເຂດພູພຽງດິນເຫຼືອງແຫ່ງນີ້.



ຢູ່ທ່າມກາງທະເລດອກໄມ້, ທ່ານຈ່າງກວ່າງຫົງ ພະນັກງານບ້ານບ່າວຊຸ່ນເມືອງອ່ານໄຊ້ນະຄອນຢຽນອ່ານ, ພວມຖ່າຍທອດສົດຢູ່ຕໍ່ໜ້າໂທລະສັບມືຖື. ທ່ານຈ່າງກວ່າງຫົງຍັງຈື່ໄດ້ວ່າ, ຕອນຫາກໍ່ມາຮອດບ້ານບ່າວຊຸ່ນເມື່ອ 11 ປີກອນ, ການສື່ສານຢູ່ແຫ່ງນີ້ລຳບາກຫຼາຍ. ຖ້າຢາກລົມໂທລະສັບກໍຕ້ອງຂຶ້ນໄປຊອກສັນຍານຢູ່ເທິງພູ.

ປີ 2014, ຢູ່ບ້ານບ່າວຊຸ່ນໄດ້ເລີ່ມພັດທະນາໝາກໂປມເຂດພູດອຍ ແລະ ໝາກເຊີຣີ, ບໍ່ພໍເທົ່າໃດປີກໍມີຂະໜາດໃຫຍ່ສົມຄວນ. ຄຽງຄູ່ກັບເງື່ອນໄຂການສື່ສານໄດ້ຮັບການປັບປຸງດີຂຶ້ນ, ທ່ານຈ່າງກວ່າງຫົງເກີດມີຫົວຄິດປະດິດສ້າງ, ຄື ທົດລອງ ຖ່າຍທອດສົດທິວທັດທຳມະຊາດອັນສວຍງາມພາຍໃນບ້ານ, ແລະຈຳໜ່າຍຜົນການຜະລິດກະສິກຳຂອງບ້ານຜ່ານໂທລະສັບມືຖື.



ປັດຈຸບັນ, ທ່ານຈ່າງກວ່າງຫົງໄດ້ກາຍເປັນ ຜູ້ທີ່ມີຊື່ສຽງທາງອິນເຕີເນັດຢູ່ທ້ອງຖິ່ນແຫ່ງນັ້ນ. ລາວບອກໃຫ້ຮູ້ວ່າ, “ຂ້ອຍໄດ້ພົສວີດີໂອສັ້ນເກືອບທຸກມື້, ຫຼາຍຄົນໄດ້ຮູ້ຈັກບ້ານພວກເຮົາຈາກວີດີໂອເຫຼົ່ານີ້, ໄດ້ຮັບອຸປະຖຳຕົ້ນໝາກໄມ້, ໃນນີ້ຍັງມີລູກຄ້າຕ່າງປະເທດອີກໄດ໋.” ນອກຈາກການຮັບອຸປະຖຳຕົ້ນໝາກໄມ້ໂດຍກົງແລ້ວ, ຍັງໄດ້ຈຳໜ່າຍໝາກໄມ້ໃນຮ້ານຜ່ານທາງອິນເຕີເນັດ. ເມື່ອຮອດມື້ພັກຍາມບຸນ, ບ້ານບ່າວຊຸ່ນກໍໄດ້ກາຍເປັນແຫຼ່ງທ່ອງທ່ຽວທີ່ນັກທ່ອງທ່ຽວນິຍົມໄປຖ່າຍຮູບເປັນທີ່ລະນຶກ.

ບໍ່ພຽງແຕ່ແມ່ນຜະລິດຕະພັນກະສິກຳ, ຮີດຄອງປະເພນີທີ່ມີເອກະລັກພິເສດຂອງເຂດສ້ານເປີຍ ກໍໄດ້ກາຍເປັນຈຸດເດັ່ນໃໝ່ໃນການຄ້າເອເລັກໂຕຼນິກຢູ່ຊົນນະບົດຢ້ຽນອ່ານ. ຫ້ອງຖ່າຍທອດສົດຖືກປະດັບເປັນພາບໃນເຮືອນຖ້ຳ, ກະບຽນ ແລະຈອກນ້ຳທີ່ຢອງໄວ້ຢູ່ເທິງສະແນນມີລັກສະນະເກົ່າແກ່, ສາລີ ແລະ ຫົວຜັກທຽມຫ້ອຍໄວ້ຢູ່ເທິງຝາ, ເຄື່ອງມືກະສິກຳແບບເກົ່າຊະນິດຕ່າງໆ, ລ້ວນແຕ່ສະແດງໃຫ້ເຫັນບັນຍາກາດດັ້ງເດີມຂອງຊົນນະບົດໃນຄວາມຊົງຈຳ.


ປັດຈຸບັນຢູ່ຢຽນອ່ານ, ຊາວກະສິກອນທີ່ນຳໃຊ້ໂທລະສັບມືຖືເພື່ອພັດທະນາທຸລະກິດໂດຍຜ່ານອິນເຕີເນັດນັ້ນໄດ້ກາຍເປັນກະແສໃໝ່. ອິນເຕີເນັດໃນສົ້ນເຄື່ອນທີ່ໄດ້ຫຼຸດຜ່ອນຂໍ້ຈຳກັດໃນການສ້າງທຸລະກິດດ້ວຍເຕັກນິກໃໝ່ສຳລັບຊາວກະສິກອນ, ໂທລະສັບມືຖືພວມກາຍເປັນເຄື່ອງມືກະສິກຳແບບໃໝ່, ຊາວກະສິກອນກາຍເປັນຕົວແບບ ຫຼື ໄອດໍ້ອິນເຕີເນັດແບບໃໝ່, ແລະການຖ່າຍທອດສົດ ໄດ້ກາຍເປັນ “ວຽກໄຮ່ການນາແບບໃໝ່”.