ຈີນຍຶດໝັ້ນນະໂຍບາຍມິດຕະພາບກັບປາກີສະຖານຢ່າງໝັ້ນໜຽວບໍ່ປຽນແປງ

2022-04-12 15:35:50 cri

ວັນທີ11ເມສານີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຕັ້ງຄຳຖາມກ່ຽວກັບສະຖານະການຢູ່ປາກີສະຖານ.

   ທ່ານຈ້າວລີ້ຈ່ຽນຕອບວ່າ: ຈີນໄດ້ເອົາໃຈໃສ່ຕິດຕາມສະຖານະການທີ່ມີການປ່ຽນແປງຢູ່ປາກີສະຖານ,ໃນຖານະເປັນປະເທດບ້ານໃກ້ເຮືອນຄຽງແລະເປັນເພື່ອນມິດທີ່ດີຂອງປາກີສະຖານ,ພວກຂ້າພະເຈົ້າຫວັງຢ່າງຈິງໃຈວ່າ ທຸກຝ່າຍຂອງປາກີສະຖານຈະສາມັກຄີກັນ ຮ່ວມກັນປ້ອງກັນສະພາບການພັດທະນາປະເທດຊາດຢ່າງໝັ້ນທ່ຽງ. ຂ້າພະເຈົ້າຢາກກ່າວເນັ້ນໜັກວ່າ, ບໍ່ວ່າສະຖານະການການເມືອງຢູ່ປາກີສະຖານຈະປ່ຽນແປງໄປຄືແນວໃດກໍຕາມ,ຈີນກໍຍັງຈະສືບຕໍ່ຍຶດໝັ້ນນະໂຍບາຍມິດຕະພາບກັບປາກີສະຖານຢ່າງບໍ່ປ່ຽນແປງ.ພວກຂ້າພະເຈົ້າເຊື່ອວ່າສະຖານະການການເມືອງທີ່ປ່ຽນແປງຢູ່ປາກີສະຖານນັ້ນຈະບໍ່ກະທົບຕໍ່ສາຍພົວພັນລະຫວ່າງຈີນກັບປາກີສະຖານ.