ສີລັງກາປະກາດວ່າຈະຢຸດເຊົາການໄຊ້ໜີ້ຕ່າງປະເທດເປັນການຊົ່ວຄາວ

2022-04-13 10:47:39 cri

ວັນທີ 12 ເມສານີ້, ກະຊວງການເງິນສີລັງກາ ໄດ້ອອກແຈ້ງການສະບັບໜຶ່ງ ໂດຍລະບຸວ່າ: ລັດຖະບານສີລັງກາຈະຢຸດເຊົາການໄຊ້ໜີ້ຕ່າງປະເທດຍ້ອນໄດ້ຮັບຜົນກະທົບທາງດ້ານການເງິນທັງໝົດເປັນການຊົ່ວຄາວ, ຈົນຮອດເວລາທີ່ສາມາດປັບໂຄງສ້າງໜີ້ຄືນໃໝ່ຢ່າງເປັນລະບຽບຮຽບຮ້ອຍ ແລະ ຈະປຶກສາຫາລືຢ່າງເປັນເອກະພາບກັບເຈົ້າໜີ້ ດ້ວຍແຜນການປັບປຸງເສດຖະກິດທີ່ໄດ້ຮັບການສະໜັບສະໜູນຈາກອົງການກອງທຶນເງິນຕາສາກົນ.

ນອກນີ້, ກະຊວງການເງິນສີລັງກາຍັງຊີ້ໃຫ້ເຫັນວ່າ, ລັດຖະບານພວມນຳໃຊ້ມາດຕະການສຸກເສີນເພື່ອປ້ອງກັນບໍ່ໃຫ້ສະພາບການເງິນຂອງລັດຊຸດຮ້າຍລົງຕື່ມອີກ ທັງຮັບປະກັນການປະຕິບັດກັບເຈົ້າໜີ້ທັງໝົດຢ່າງຍຸຕິທຳ ແລະ ທ່ຽງທຳໃນການສັບຊ້ອນການໄຊ້ໜີ້ຢ່າງຮອບດ້ານ.