ຣັດເຊຍກ່າວວ່າ:ຣັດເຊຍຈະສະແຫວງຫາວິທີທີ່ເຮັດໃຫ້ຖານະເຈົ້າອຳນາດຂອງອາເມຣິກາສິ້ນສຸດລົງ

2022-04-13 11:10:36 CRI

 

ເວັບໄຊໂທລະພາບຣັດເຊຍວັນນີ້ໄດ້ລາຍງານວ່າ, ຫວ່າງມໍ່ໆມານີ້,ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນຣັດເຊຍ, ທ່ານເຊີເກ ລັຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ, ການປະຕິບັດການພິເສດທາງການທະຫານຂອງຣັດເຊຍມີຈຸດປະສົງເຮັດໃຫ້“ລະບຽບຂອງໂລກ”ທີ່ນຳໂດຍອາເມຣິການັ້ນສິ້ນສຸດລົງ,ທ່ານຊີ້ອອກວ່າ,ອາເມຣິກາໄດ້ສະແຫວງຫາການເປັນເຈົ້າອຳນາດມາໂດຍຕະຫຼອດໂດຍຜ່ານການປະຕິບັດຕາມອັນທີ່ເອີ້ນວ່າ ກະຕິກາພິເສດ” ແລະ ລະເມີດກົດໝາຍສາກົນ.

 

ທ່ານລັຟລົຟກ່າວວ່າ,ການປະຕິບັດການພິເສດທາງການທະຫານຂອງຣັດເຊຍແມ່ນເພື່ອເຮັດໃຫ້ແຜນການທີ່ນາໂຕຂະຫຍາຍອິດທິພົນສູ່ທິດຕາເວັນອອກຕາມໃຈມັກນັ້ນສິ້ນສຸດລົງແລະ ເຮັດໃຫ້ອາເມຣິກາແລະ ປະເທດຕາເວັນຕົກທີ່ຄອບຄອງ “ຖານະເຈົ້າອຳນາດ” ໃນເວທີສາກົນຕາມລຳພັງໃຈນັ້ນສິ້ນສຸດລົງເຊັ່ນກັນ.

 

ທ່ານລັຟລົຟກ່າວຕື່ມວ່າ, ອັນທີ່ເອີ້ນວ່າ “ຖານະເຈົ້າອຳນາດ”ແມ່ນສ້າງຂຶ້ນບົນພື້ນຖານການລະເມີດກົດໝາຍສາກົນຢ່າງຮ້າຍແຮງ,ຣັດເຊຍແມ່ນໜຶ່ງໃນປະເທດທີ່ບໍ່ຍອມຕໍ່ຄວາມທະເຍີທະຍານຂອງອາເມຣິກາ, ຣັດເຊຍແມ່ນພາກສ່ວນໜຶ່ງຂອງປະຊາຄົມໂລກທີ່ມີຄວາມສະເໝີພາບກັນ,ບໍ່ອະນຸຍາດໃຫ້ປະເທດຕາເວັນຕົກເບິ່ງຂ້າມຜົນປະໂຫຍດດ້ານຄວາມໝັ້ນຄົງທີ່ສົມເຫດສົມຜົນຂອງຣັດເຊຍ.