ທ່ານໂຈ ໄບເດັນປະກາດມາດຕະການໃຊ້ນ້ຳມັນເຊື້ອໄຟປະສົມ Ethanol ໃຫ້ຫຼາຍກວ່າເກົ່າ

2022-04-13 11:14:28 cri

ວັນທີ12ເມສານີ້ຕາມເວລາທ້ອງຖິ່ນ, ທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ກ່າວຄຳປາໄສຢູ່ລັດໄອໂອວາວ່າ: ຍ້ອນສະຖານະການຣັດເຊຍ-ອູແກຣນໄດ້ເຮັດໃຫ້ລາຄາພະລັງງານທົ່ວໂລກເພີ່ມສູງຂຶ້ນ, ສະນັ້ນ ທ່ານຈຶ່ງປະກາດມາດຕະການໃຊ້ນ້ຳມັນເຊື້ອໄຟປະສົມ Ethanol ໃຫ້ຫຼາຍກວ່າເກົ່າ,ອົງການອະນຸລັກສິ່ງແວດລ້ອມອາເມຣິກາຈະປະກາດການອະນຸມັດມາດຕະການນີ້ໂດຍດ່ວນ ເພື່ອອະນຸຍາດໃຫ້ຂາຍນ້ຳມັນເຊື້ອໄຟປະສົມ Ethanol 15% ແຕ່ວັນທີ1ມິຖຸນາຫາວັນທີ15ກັນຍາ.

   ທ່ານໂຈ ໄບເດັນກ່າວວ່າ: ນີ້ເປັນມາດຕະການເພື່ອຫຼຸດຕົ້ນທຶນຂອງຄອບຄົວທີ່ມີລາຍຮັບຕ່ຳ, ທັງສະກັດກັ້ນບໍ່ໃຫ້ລາຄາພະລັງງານເພີ່ມຂຶ້ນ,ແລະເພື່ອຊຸກຍູ້ຍັດຕິ“ສ້າງອາເມຣິກາທີ່ດີກວ່າເກົ່າ” ໂດຍຜ່ານການປະຕິບັດກົດໝາຍວ່າດ້ວຍພື້ນຖານໂຄງລ່າງທີ່ສອງພັກຮັບຮອງນຳກັນແລ້ວ.