ທ່ານໂຈ ໄບເດັນອະນຸມັດການຊ່ວຍເຫຼືອອູແກຣນທາງການທະຫານຕື່ມອີກທີ່ມີມູນຄ່າ800ລ້ານໂດລາ

2022-04-14 16:16:10 cri

ວັນທີ13ເມສານີ້ຕາມເວລາທ້ອງຖິ່ນ, ທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ເຫັນດີອະນຸມັດການຊ່ວຍເຫຼືອອູແກຣນທາງການທະຫານຕື່ມອີກທີ່ມີມູນຄ່າ800ລ້ານໂດລາ ເພື່ອເພີ່ມທະວີຄວາມສາມາດດ້ານການປ້ອງກັນປະເທດອູແກຣນ.

   ທ່ານໂຈ ໄບເດັນກ່າວວ່າ: ການຊ່ວຍເຫຼືອຂອງອາເມຣິກາເທື່ອນີ້ ລວມທັງປືນໃຫຍ່,ລູກປືນໃຫຍ່, ລົດເກາະຂົນສົ່ງທະຫານແລະເຮືອບິນເຮລີກອບເຕີ. ທ່ານໂຈ ໄບເດັນກ່າວໃນຖະແຫຼງການວ່າ:ຖ້າວ່າການສູ້ຮົບກັນລະຫວ່າງຣັດເຊຍກັບອູແກຣນຍືດຍາວສືບຕໍ່, ອາເມຣິກາຈະຮ່ວມມືກັບປະເທດພັນທະມິດຂົນສົ່ງອາວຸດຍຸດໂທປະກອນໃຫ້ແກ່ອູແກຣນຫຼາຍກວ່າເກົ່າ.