ຈີນກ່າວວ່າ:ຈີນເດັດດ່ຽວຄັດຄ້ານການໄປມາຫາສູ່ກັນຂອງເຈົ້າໜ້າທີ່ທາງການອາເມຣິກາ ແລະ ໄຕ້ຫວັນໃນທຸກຮູບແບບ

2022-04-15 11:06:08 CRI


 

ໂດຍແນ່ໃສ່ການທີ່ສະມາຊິກລັດຖະສະພາອາເມຣິກາຈະຢ້ຽມຢາມໄຕ້ຫວັນໃນຕອນຄ່ຳວັນທີ 14 ເມສານີ້. ທ່ານຈ້າວລີ້ຈ່ຽນໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 14 ເມສານີ້ວ່າ: ຈີນເດັດດ່ຽວຄັດຄ້ານກສຍໄປມາຫາສູ່ກັນຂອງເຈົ້າໜ້າທີ່ທາງການອາເມຣິກາ ແລະ ໄຕ້ຫວັນໄປມາຫາສູ່ກັນດ້ວຍຮູບການໃດໆ. ສະມາຊິກລັດຖະສະພາອາເມຣິກາຄວນເຄົາລົບນະໂຍບາຍປະເທດຈີນດຽວທີ່ລັດຖະບານອາເມຣິກາໄດ້ໃຫ້ສັນຍາ ແລະ ປະຕິບັດມາແລ້ວ. ອາເມຣິກາຄວນເຄົາລົບຫຼັກການປະເທດຈີນດຽວ ແລະ ຂໍ້ກຳນົດໃນຖະແຫຼງການຮ່ວມ 3 ສະບັບສະຫວ່າງຈີນແລະອາເມຣິກາ,ຍຸດຕິການໄປມາຫາສູ່ກັນຂອງເຈົ້າໜ້າທີ່ລັດລະຫວ່າງອາເມຣິກາ ແລະ ໄຕ້ຫວັນ, ຢ່າຖະຫລຳເລິກເດີນຕາມເສັ້ນທາງທີ່ອັນຕະລາຍນີ້.ຈີນຈະສືບຕໍ່ໃຊ້ມາດຕະການຢ່າງແຂງແຮງ, ເດັດດ່ຽວປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ.