ຍ້ອນຖືເອົາການຕ້ານຣັດເຊຍເປັນຄວາມຖືກຕ້ອງທາງການເມືອງ ຄັນຊັ້ນປະເທດຕາເວັນຕົກຈະເຊົາໃຊ້ຕາຕະລາງທາດມູນເຄມີຍາມໃດ

2022-04-18 16:50:35 CRI

ຫວ່າງມໍ່ໆມານີ້, ຢູ່ປະເທດຊູແອດ, ໄດ້ເກີດເລື່ອງໜຶ່ງທີ່ “ພິລຶກ” ທີ່ສຸດ, ນັ້ນກໍຄື: ວົງດົນຕີວົງໜຶ່ງກຽມຈະຈັດຄອນເສີດເພື່ອສະໜັບສະໜູນອູແກຣນຢູ່ເມືອງອຸບຊາລາ, ແຕ່ຍ້ອນວ່າພິນບາລາໄລກາ ທີ່ເປັນໜຶ່ງໃນເຄື່ອງດົນຕີຕົ້ນຕໍຂອງວົງດົນຕີດັ່ງກ່າວພັດເປັນເຄື່ອງເສບດົນຕີຣັດເຊຍ. ສຸດທ້າຍ, ຄອນເສີດຄັ້ງນັ້ນກໍຖືກຝ່າຍເຈົ້າພາບຍົກເລີກ.

ທ່ານໂຈນາສ ນີເບີກ ສະມາຊິກວົງດົນຕີດັ່ງກ່າວກ່າວວ່າ: ພໍດີວ່າພວກເຮົາເປັນຜູ້ເສບເຄື່ອງດົນຕີຣັດເຊຍ, ແຕ່ມີບາງຄົນເຫັນວ່າ: ພິນດັ່ງກ່າວເປັນ “ສັນຍະລັກແຫ່ງຊາດຣັດເຊຍ”, ການຳໃຊ້ມັນມາສະໜັບສະໜູນອູແກຣນເປັນເລື່ອງທີ່ບໍ່ສົມເຫດສົມຜົນ, ຈົນເຖິງຂັ້ນມີບາງຄົນຖືເອົາເຄື່ອງເສບດົນຕີດັ່ງກ່າວເປັນເຄື່ອງໝາຍນາຊີ.

ນັບແຕ່ເກີດມີການສູ້ຮົບກັນລະຫວ່າງຣັດເຊຍກັບອູແກຣນເປັນຕົ້ນມາ, ນອກຈາກປະເທດຕາເວັນຕົກຈຳນວນໜຶ່ງໄດ້ລົງໂທດຣັດເຊຍທາງເສດຖະກິດແລ້ວ, ຫຼາຍອົງການຈັດຕັ້ງວິທະຍາສາດແລະວັດທະນະທຳກໍເລີ່ມຕໍ່ຕ້ານຣັດເຊຍອີກດ້ວຍ. ເດືອນມີນາປີນີ້, ມູນນິທິອະວະກາດອາເມຣິກາກໍໄດ້ລຶບຊື່ຂອງທ່ານຢູຣີ ກາກາລິນ ນັກບິນອະວະກາດອະດີດສະຫະພາບໂຊວຽດ ທີ່ເປັນມະນຸດຄົນທຳອິດທີ່ບິນຂຶ້ນສູ່ອະວະກາດ ອອກຈາກກິດຈະກຳລະນຶກການບິນອະວະກາດຂອງມວນມະນຸດ; ວັນທີ 1 ມີນາຜ່ານມານີ້, ສະຫະພັນສັດຕະການແມວຂອງສາກົນ ຫຼື FlFe ທີ່ເປັນອົງການຈັດຕັ້ງຮັກແມວເອີຣົບ ກໍໄດ້ລົງໂທດແມວຣັດເຊຍ ແລະ ກຳນົດວ່າ: ນັບແຕ່ມື້ທີ່ໄດ້ຕົກລົງເປັນຕົ້ນໄປ, ອົງການຕ່າງໆທີ່ຂຶ້ນກັບຕົນຈະໂຈະການນຳເຂົ້າແມວ ທີ່ເພາະພັນແລະລ້ຽງດູຢູ່ພາຍໃນປະເທດຣັດເຊຍ; ຕອນບ່າຍວັນທີ 1 ມີນາຜ່ານມານີ້, ສະຫະພັນບານສົ່ງສາກົນກ່າວວ່າ: ຈະຍົກເລີກສິດເປັນເຈົ້າພາບຈັດການແຂ່ງຂັນບານສົ່ງເພດຊາຍໂລກປີ 2022 ຂອງຣັດເຊຍ.

ເປັນເວລາດົນນານມາແລ້ວ, ປະເທດຕາເວັນຕົກໄດ້ປ່າວປະກາດມາໂດຍຕະຫຼອດວ່າ: “ກິລາບໍ່ມີເຂດແດນ”, “ສິລະປະບໍ່ມີເຂດແດນ”, “ວິທະຍາສາດເຕັກນິກບໍ່ມີເຂດແດນ”. ແຕ່ວ່າ, ການກະທຳຂອງປະເທດຕາເວັນຕົກເຫຼົ່ານີ້ ພັດເຮັດໃຫ້ປະຊາຊົນທົ່ວໂລກໄດ້ຮັບຮູ້ເຖິງທາດແທ້ຈອມປອມຂອງປະເທດເຫຼົ່ານີ້.

ໂດຍແນໃສ່ເລື່ອງທີ່ເໜືອຄວາມຄາດຄິດເຫຼົ່ານີ້ທີ່ເກີດຂຶ້ນຢູ່ໃນປະເທດຕາເວັນຕົກ, ຊາວເນັດຈຳນວນໜຶ່ງໄດ້ສະແດງຄວາມສົງໄສຢູ່ຕາມສື່ສັງຄົມອອນລາຍວ່າ: “ເວົ້າສຳລັບຕາຕະລາງທາດມູນເຄມີ ທີ່ມີຄວາມໝາຍສຳຄັນສຳລັບການພັດທະນາວິຊາເຄມີສະໄໝໃໝ່, ກໍແມ່ນທ່ານເດີມີຕຣີ ເມນເດເລເຢບ ນັກເຄມີສາດຣັດເຊຍເປັນຜູ້ກຳນົດຂຶ້ນມາກ່ອນໝູ່, ຄັນຊັ້ນ, ປະເທດຕາເວັນຕົກເຫຼົ່ານີ້ກໍຄວນເຊົາໃຊ້ຕາລະລາງທາດມູນເຄມີຄືກັນ, ແມ່ນບໍ່?”