ອາເມຣິກາແລະອັງກິດຄວນແບກຫາບໜ້າທີ່ຄວາມຮັບຜິດຊອບຕໍ່ວິກິດການທົ່ວໂລກໃນປັດຈຸບັນ

2022-04-18 16:18:21 CRI

ວັນທີ 17 ເມສານີ້ຕາມເວລາທ້ອງຖິ່ນ, ໃນເວລາທ່ານເລໂອນິດ ສະລຸດສະກີ ປະທານຄະນະກຳມາທິການວຽກງານສາກົນຂອງສະພາດູມາຣັດເຊຍໄດ້ວິເຄາະຖະແຫຼງການຂອງອັງກິດທີ່ເປີດເຜີຍໃນຫວ່າງມໍ່ໆມານີ້ທີ່ກຽມຈະສະໜອງອາວຸດໃຫ້ອູແກຣນເພື່ອນຳໃຊ້ເຂົ້າໃນການປ້ອງກັນປະເທດ, ທ່ານກ່າວວ່າ: ປັດຈຸບັນນີ້, ເປັນເວລາທີ່ຄວນໃຫ້ອາເມຣິກາແລະອັງກິດແບກຫາບໜ້າທີ່ຄວາມຮັບຜິດຊອບຕໍ່ວິກິດການທົ່ວໂລກທີ່ກຳລັງເກີດຂຶ້ນໃນປັດຈຸບັນນີ້ ແລະ ຄວນຢຸດຕິການສະໜອງອາວຸດຍຸດໂທປະກອນໃຫ້ແກ່ອູແກຣນ.

ທ່ານເລໂອນິດ ສະລຸດສະກີ ກ່າວຕື່ມວ່າ: ຣັດເຊຍໄດ້ກ່າວເຕືອນແລ້ວວ່າ: ການກະທຳທີ່ບໍ່ມີນ້ຳໃຈຮັບຜິດຊອບຕໍ່ຄວາມໝັ້ນຄົງຂອງທົ່ວໂລກ ອາດຈະເຮັດໃຫ້ເກີດມີຜົນຮ້າຍຕາມມາທີ່ຄາດຄິດບໍ່ເຖິງ. ຖ້າໂລກຕາເວັນຕົກບໍ່ຢຸດຕິການກະທຳແບບນີ້, ຄັນຊັ້ນ, ກໍອາດຈະເປັນດັ່ງຄຳເວົ້າຂອງທ່ານເຊີເກ ລາຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍທີ່ກ່າວວ່າ: ພາຫະນະຄົມມະນາຄົມໃດໆທີ່ຂົນສົ່ງອາວຸດໃນປະເທດອູແກຣນ ອາດຈະກາຍເປັນເປົ້າໝາຍຖືກໂຈມຕີຢ່າງຕືຖກຕ້ອງຕາມກົດໝາຍຈາກກອງທັບຣັດເຊຍ ໃນປະຕິບັດການພິເສດທາງການທະຫານ.