ຣັດເຊຍເລີ່ມເກັບກຳເອກກະສານທີ່ກ່ຽວຂ້ອງກັບຫ້ອງທົດລອງຊີວະພາບອາເມຣິກາຢູ່ອູແກຼນ

2022-04-19 14:54:20 cri

ຕາມຂ່າວສານ Sputnik news ຂອງຣັດເຊຍເປີດເຜີຍວ່າ: ທ່ານນາງອີຣິນາ ອາໂຣວາຢາ ຮອງປະທານສະພາດູມາຣັດເຊຍກ່າວວ່າ, ຄະນະກຳມະການສືບສວນການປະຕິບັດງານຂອງຫ້ອງທົດລອງຊີວະພາບຂອງອາເມຣິກາຢູ່ອູແກຼນໄດ້ເລີ່ມເກັບກຳເອກກະສານທີ່ກ່ຽວຂ້ອງແລ້ວ.

ທ່ານນາງອາໂຣວາຢາ ກ່າວວ່າ: ຄະນະກຳມະການສືບສວນໄດ້ເກັບກຳຂໍ້ມູນນຳພະຍານທີ່ເຫັນເຫດການຢ່າງຕໍ່ເນື່ອງ, ປັດຈຸບັນໄດ້ເກັບເອົາຂໍ້ມູນທີ່ມີຄ່າທີ່ສຸດ. ທ່ານເນັ້ນວ່າ: ນີ້ຈະຊ່ວຍເຮັດໃຫ້ຣັດເຊຍນຳເອົາເລື່ອງຕ່າງໆທີ່ອາເມຣິກາສ້າງຫ້ອງທົດລອງຊີວະພາບຢູ່ອູແກຼນແລະຫ້ອງທົດລອງຊີວະພາບເຫຼົ່ານີ້ອາດຈະສຸມກຳລັງເພື່ອຄົ້ນຄວ້າອາວຸດເຊື້ອໂລກສາມາດເຊື່ອມຕໍ່ເຂົ້າກັນໄດ້. ທ່ານກ່າວຕື່ມວ່າ: ຜົນການສືບສວນວຽກງານທີ່ກ່ຽວຂ້ອງຊຸດທຳອິດໄດ້ຈັດເຂົ້າໃນເອກກະສານແລ້ວ.