ໃນໄຕມາດທີໜຶ່ງປີນີ້, ການທ່ອງທ່ຽວພາຍໃນປະເທດຈີນບັນລຸເຖິງ 830 ລ້ານເທື່ອຄົນ

2022-04-19 14:42:53 cri


    ຕາມຜົນການສະຖິຕິຂອງກະຊວງທ່ອງທ່ຽວແລະວັດທະນະທຳຈີນໄດ້ໃຫ້ຮູ້ວ່າ: ໃນໄຕມາດທີໜຶ່ງປີນີ້, ການທ່ອງທ່ຽວພາຍໃນປະເທດຈີນມີເຖິງ 830 ລ້ານເທື່ອຄົນ, ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້ຫຼຸດລົງ 194 ລ້ານເທື່ອຄົນຫຼື 19%. ໃນນັ້ນ, ນັກທ່ອງທ່ຽວຄົນໃນເມືອງມີເຖິງ 621 ລ້ານເທື່ອຄົນ, ໄດ້ຫຼຸດລົງ 11,4%; ນັກທ່ອງທ່ຽວຊາວຊົນນະບົດມີເຖິງ 209 ລ້ານເທື່ອຄົນ, ໄດ້ຫຼຸດລົງ 35,3%. ຍອດມູນຄ່າລາຍຮັບຈາກການທ່ອງທ່ຽວພາຍໃນປະເທດບັນລຸເຖິງ 770 ຕື້ຢວນ, ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້ໄດ້ເພີ່ມຂຶ້ນ 30 ຕື້ຢວນ, ໄດ້ເພີ່ມຂຶ້ນ 4%. ໃນນັ້ນ, ນັກທ່ອງທ່ຽວຊາວຕົວເມືອງໄດ້ໃຊ້ຈ່າຍ 620 ຕື້ຢວນ, ເພີ່ມຂຶ້ນ 9,4%; ນັກທ່ອງທ່ຽວຊາວຊົນນະບົດໄດ້ໃຊ້ຈ່າຍ 140 ຕື້ຢວນ, ຫຼຸດລົງ 14,5%.