ຣັດເຊຍກ່າວວ່າ: ໄດ້ແກ້ໄຂບັນຫາທີ່ຫຼາຍຂົງເຂດເຄີຍອາໄສປະເທດຕາເວັນຕົກ

2022-04-20 15:45:46 cri

ວັນທີ 19 ເມສານີ້ໃນໂອກາດໃຫ້ສຳພາດຕໍ່ນັກຂ່າວຂອງວາລະສານ “India Today”, ທ່ານເຊີແກ ລັຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ຣັດເຊຍໄດ້ແກ້ໄຂບັນຫາທີ່ຫຼາຍຂົງເຂດເຄີຍອາໄສປະເທດຕາເວັນຕົກແລ້ວ.

ທ່ານລັຟລົຟ ກ່າວວ່າ: ໂດຍຜະເຊີນກັບມາດຕະການລົງໂທດຈາກປະເທດຕາເວັນຕົກໃນປັດຈຸບັນ, ຣັດເຊຍມີຜົນສະຫຼຸບຢ່າງຈະແຈ້ງກໍຄື: ຂົງເຂດໃດໆທີ່ມີຄວາມໝາຍຍຸດທະສາດບໍ່ຄວນອາໄສປະເທດຕາເວັນຕົກເຊິ່ງບໍ່ວ່າຈະແມ່ນຄວາມໝັ້ນຄົງດ້ານສະບຽງອາຫານ, ອຸດສາຫະກຳປ້ອງກັນປະເທດ, ຫຼືວ່າຂົງເຂດພັດທະນາເຕັກນິກທັນສະໄໝແລະຂົງເຂດອື່ນໆ. ໃນເມື່ອກ່ອນ, ຣັດເຊຍບໍ່ສາມາດກຸ້ມຕົນເອງໄດ້ໃນຂົງເຂດເຫຼົ່ານີ້, ແຕ່ປັດຈຸບັນນີ້, ບັນຫາສ່ວນຫຼາຍໄດ້ຮັບການແກ້ໄຂແລ້ວ.

ທ່ານລັຟລົຟ ກ່າວຕື່ມວ່າ, ຣັດເຊຍຍິນດີດຳເນີນການຮ່ວມມືກັບບັນດາປະເທດໃນໂລກທີ່ຄັດຄ້ານມາດຕະການລົງໂທດແຕ່ຝ່າຍດຽວທີ່ລະເມີດກົດໝາຍສາກົນ.