ກິດຈະກຳວັນພາສາຈີນ ສປຊ 2022 ແລະ ເທດສະການວິດີໂອສາກົນຈີນຄັ້ງທີ 2 ໄດ້ຈັດຂຶ້ນຢ່າງສຳເລັດຜົນ

2022-04-20 19:06:18 cri


ວັນທີ 20 ເມສານີ້, ກິດຈະກຳວັນພາສາຈີນ ສປຊ 2022 ແລະ ເທດສະການວິດີໂອສາກົນຄັ້ງທີ 2 ຂອງສະຖານີວິທະຍຸ ແລະ ໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດຂຶ້ນຢູ່ເຊີແນວຢ່າງເປັນທາງການ. ທ່ານນາງ ຕາເຈຍນາ ວາໂລວາຢາ ຜູ້ອຳນວຍການໃຫຍ່ສຳນັກງານອົງການສະຫະປະຊາຊາດປະຈຳເຊີແນວ, ທ່ານເຊີ້ນໄຫຊົງ ຜູ້ອຳນວຍການໃຫຍ່ CMG ແລະ ທ່ານເສິນຊູ້ ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດທີ່ເຊີແນວ ແລະ ອົງການຈັດຕັ້ງສາກົນອື່ນໆຢູ່ສະວິສ ໄດ້ເຂົ້າຮ່ວມກິດຈະກຳ ແລະ ກ່າວຄຳປາໄສຜ່ານທາງວິດີໂອ.

ໃນໂອກາດກ່າວຄຳປາໄສ, ທ່ານເຊີ້ນໄຫຊົງ ຜູ້ອຳນວຍການໃຫຍ່ CMG ກ່າວວ່າ: ວັນພາສາຈີນ ສປຊ ແມ່ນເທດສະການເພື່ອສະເຫຼີມສະຫຼອງພາສາແລະວັດທະນະທຳທີ່ມີຄວາມຫຼາກຫຼາຍ, ແມ່ນເທດສະການເພື່ອຊຸກຍູ້ ແລະ ເຜີຍແຜ່ທັດສະນະຂອງລັດທິຫຼາຍຝ່າຍໃຫ້ກວ້າງຂວາງ. CMG ໃນຖານະເປັນສື່ມວນຊົນສາກົນທີ່ສຳຄັນ, ຈະອອກແຮງແກ້ໄຂຄວາມຂັດແຍ້ງກັນ ແລະ ເພີ່ມທະວີຄວາມເຂົ້າໃຈວັດທະນະທຳຕ່າງໆດ້ວຍການກະທຳຕົວຈິງ, ເພື່ອເຮັດໃຫ້ໂລກມີຄວາມສະຫງົບປອດໄພຫຼາຍກວ່າເກົ່າ, ມີສັນຕິພາບຫຼາຍກວ່າເກົ່າ ແລະ ຮ່ວມກັນຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.