ອຸມົງປາວຊ່ານຂອງທາງລົດໄຟຕ້າຫຼີ-ຣຸ້ຍລີ້ໄດ້ເຈາະຊອດແລ້ວ

2022-04-20 16:13:44 cri

ບໍລິສັດທາງລົດໄຟຈີນສາຂາຄຸ່ນໝີງໄດ້ແຈ້ງໃຫ້ຮູ້ວ່າ: ຕອນເຊົ້າວັນທີ 19 ເມສານີ້, ອຸມົງປາວຊ່ານຂອງທາງລົດໄຟຕ້າຫຼີ-ຣຸ້ຍລີ້ ແຂວງຢູນນານປະເທດຈີນ ທີ່ເປັນສ່ວນປະກອບອັນສຳຄັນຂອງຊ່ອງທາງໃຫຍ່ສາກົນຈີນ-ມຽນມາ ໄດ້ເຈາະຊອດແລ້ວ ເຊິ່ງຈະສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການສ້າງທາງລົດໄຟຕ້າຫຼີ-ຣຸ້ຍລີ້ໃຫ້ສຳເລັດຕາມເວລາກຳນົດ.

ອຸມົງປາວຊ່ານຕັ້ງຢູ່ເມືອງປາວຊ່ານ ແຂວງຢູນນານ ປະເທດຈີນ, ຍາວ 16 ກິໂລແມັດ, ຮັບເໝົາກໍ່ສ້າງໂດຍບໍລິສັດທາງລົດໄຟຈີນເລກ 5.

ທາງລົດໄຟຕ້າຫຼີ-ຣຸ້ຍລີ້ ຍາວທັງຫຼົດ 330 ກິໂລແມັດ, ມີຂົວ ແລະອຸມົງກວມເອົາ 76,5%, ເປັນໂຄງການສຳຄັນຂອງຈີນໃນການປັບປຸງເຄືອຂ່າຍທາງລົດໄຟ ແລະການພັດທະນາພາກຕາເວັນຕົກ ຕາມແຜນການສ້າງເຄືອຂ່າຍທາງລົດໄຟໃນໄລຍະຍາວ ແລະໄລຍະກາງຂອງຈີນ. ປັດຈຸບັນ, ການປູທາງສຳລັບວາງລາງລົດໄຟ, ການສ້າງຂົວ ແລະເຈາະອຸມົງຂອງທາງລົດໄຟຕ້າຫຼີ-ຣຸ້ຍລີ້ ໄດ້ສຳເລັດ 100% ແລ້ວ, ການກໍ່ສ້າງອາຄານຕ່າງໆຂອງສະຖານີລົດໄຟໄດ້ສຳເລັດໂດຍພື້ນຖານແລ້ວ, ໃນນີ້, ການປູລາງກໍໄດ້ສຳເລັດ 100 ກວ່າກິໂລແມັດແລ້ວ, ຄາດວ່າຈະເປີດນຳໃຊ້ພາຍໃນປີນີ້.