ໃນໄຕມາດທີໜຶ່ງ, ຍອດມູນຄ່າຂາຍຍ່ອຍເຄື່ອງອຸປະໂພກບໍລິໂພກໃນທົ່ວປະເທດຈີນບັນລຸເຖິງ 10.900 ຕື້ຢວນ

2022-04-22 16:13:58 cri

ໃນກອງປະຊຸມຖະແຫຼງຂ່າວທີ່ກະຊວງການຄ້າຈີນຈັດຂຶ້ນໃນວັນທີ 21 ເມສານີ້, ທ່ານກ່າວເຟີງ ໂຄສົກກະຊວງການຄ້າຈີນກ່າວວ່າ: ໂດຍແນໃສ່ສະພາບການທີ່ພະຍາດໂຄວິດ-19 ເກີດຂຶ້ນຢູ່ຫຼາຍແຫ່ງພາຍໃນປະເທດຈີນທີ່ແຜ່ລະບາດໃນວົງແຄບ, ຈີນຈະປະຕິບັດມາດຕະການຫຼາຍຢ່າງເພື່ອຊຸກຍູ້ການບໍລິໂພກໃຫ້ຟື້ນຄືນຢ່າງຕໍ່ເນື່ອງພາຍໃຕ້ເງື່ອນໄຂການເຮັດວຽກ ປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໃຫ້ດີ.

ທ່ານກ່າວເຟີງ ກ່າວວ່າ: ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ຕະຫຼາດບໍລິໂພກຂອງຈີນໄດ້ມີສັນຍານທີ່ດີໃນການຟື້ນຟູການພັດທະນາ. ໃນໄຕມາດທີໜຶ່ງ, ຍອດມູນຄ່າຂາຍຍ່ອຍເຄື່ອງອຸປະໂພກບໍລິໂພກໃນທົ່ວປະເທດຈີນໄດ້ບັນລຸເຖິງ 10.900 ຕື້ຢວນ, ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້ເພີ່ມຂຶ້ນ 3,3%. ຄ່າໃຊ້ຈ່າຍດ້ານການບໍລິໂພກໄດ້ກວມ 69,4% ຂອງອັດຕາການເຕີບໂຕຂອງເສດຖະກິດ, ການບໍລິໂພກຍັງເປັນພະລັງແຮງອັນດັບໜຶ່ງທີ່ຊຸກຍູ້ໃຫ້ເສດຖະກິດຈີນເຕີບໂຕ.