ທ່ານ ສີຈິ້ນຜິງ ສົ່ງສານຊົມເຊີຍເຖິງພິທີໄຂກອງປະຊຸມການອ່ານປຶ້ມທົ່ວປວງຊົນຄັ້ງທຳອິດ

2022-04-23 16:04:57 cri

ກອງປະຊຸມການອ່ານປຶ້ມທົ່ວປວງຊົນຄັ້ງທຳອິດ ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 23 ເມສານີ້. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະທານ ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ສົ່ງສານໄປຍັງກອງປະຊຸມ ເພື່ອສະແດງຄວາມຊົມເຊີຍຢ່າງສຸດໃຈ.

ໃນສານຊົມເຊີຍຂອງທ່ານ ສີຈິ້ນຜິງ ໄດ້ລະບຸວ່າ: ການອ່ານປຶ້ມແມ່ນວິທີອັນສຳຄັນຂອງມວນມະນຸດໃນການສະແຫວງຫາຄວາມຮູ້, ເພີ່ມພູນສະຕິປັນຍາ ແລະ ຝຶກຝົນຫຼໍ່ຫຼອມສິນທຳ, ເຊິ່ງຊ່ວຍໃຫ້ຄົນເຮົາໄດ້ຮັບແຮງບັນດານໃຈ, ມີອຸດົມການອັນສູງສົ່ງ ແລະ ຫຼໍ່ຫຼອມຕົນເອງໃຫ້ມີຄວາມເປັນທຳທີ່ສູງສົ່ງ. ຕັ້ງແຕ່ບູຮານນະການເປັນຕົ້ນມາ, ປະຊາຊາດຈີນກໍນິຍົມສົ່ງເສີມການອ່ານປຶ້ມ ເພື່ອຊອກຫາຄວາມຮູ້ ແລະ ຝຶກຝົນສິນທຳ, ທັງເປັນການສືບທອດຈິດໃຈປະຊາຊາດຈີນທີ່ບໍ່ມີວັນສິ້ນສຸດ ແລະ ຝຶກຝົນຫຼໍ່ຫຼອມນິດໄສໃຈຄໍທີ່ໝັ້ນໃຈຕົນເອງ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບຕົນເອງຂອງປະຊາຊົນຈີນ.

ທ່ານ ສີຈິ້ນຜິງ ຫວັງຢາກໃຫ້ທຸກຄົນໃນສັງຄົມຈົ່ງເຂົ້າຮ່ວມການອ່ານປຶ້ມ, ສ້າງບັນຍາກາດອັນດີງາມທີ່ມັກອ່ານປຶ້ມ, ອ່ານປຶ້ມທີ່ດີ ແລະ ຊ່າງອ່ານປຶ້ມ.