ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຈັດກິດຈະກຳ “ສະມາຊິກສະພາອ່ານປຶ້ມ”

2022-04-24 15:12:07 CRI


ເນື່ອງໃນໂອກາດທີ່ເປີດກິດຈະກຳ “ສະມາຊິກສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນອ່ານປຶ້ມ” ໃນເດືອນເມສາປີ 2022, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ໃຫ້ຄຳຊີ້ນຳໂດຍເນັ້ນໜັກວ່າ, ກິດຈະກຳດັ່ງກ່າວມີຄວາມໝາຍສຳຄັນຫຼາຍ. ໂດຍຜ່ານການອ່ານປຶ້ມສາມາດເພີ່ມຄວາມຮູ້ ສະຕິປັນຍາ ແລະ ຄວາມສາມາດ, ເຮັດໃຫ້ເຂົ້າໃຈສະພາປຶກສາການເມືອງ, ຮູ້ການປຶກສາຫາລື, ແລະ ຊຳນານໃນການປຶກສາການເມືອງ, ເຊິ່ງແມ່ນຄວາມຮຽກຮ້ອງພາຍໃນຕົວທີ່ສະມາຊິກສະພາປຶກສາການເມືອງປະຕິບັດໜ້າທີ່ໃນຍຸກໃໝ່, ທັງເປັນມາດຕະການສຳຄັນທີ່ຍຶດໝັ້ນປະຕິບັດລະບອບສະພາປຶກສາການເມືອງປະຊາຊົນໃຫ້ດີ, ແລະ ພັດທະນາພາລະກິດປຶກສາການເມືອງປະຊາຊົນໃຫ້ດີ.

ທ່ານສີຈິ້ນຜິງກ່າວຕື່ມວ່າ, ຫວັງວ່າຈະນຳໃຊ້ກິດຈະກຳອ່ານປຶ້ມໃຫ້ດີ, ຈັດຕັ້ງສະມາຊິກສະພາປຶກສາການເມືອງຈຳນວນມະຫາສານອ່ານປຶ້ມໃຫ້ຫຼາຍ, ອ່ານປຶ້ມທີ່ດີ ແລະ ຊຳນານໃນການອ່ານປຶ້ມ, ພະຍາຍາມຍົກລະດັບແນວຄິດ ແລະ ຄວາມຮູ້ຄວາມສາມາດ, ພ້ອມທັງພະຍາຍາມນຳໜ້າ ແລະ ຊຸກຍູ້ປະຊາຊົນຈາກວົງການຕ່າງໆຈັດກິດຈະກຳອ່ານປຶ້ມ.