ທ່ານສີຈິ້ນຜິງສົ່ງຈົດໝາຍຕອບຄືນໃຫ້ສາສະດາຈານອາວຸໂສຂອງມະຫາວິທະຍາໄລວິທະຍາສາດເຕັກນິກປັກກິ່ງ

2022-04-24 17:16:20 CRI


ວັນທີ 21 ເມສາປີ 2022, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ສົ່ງຈົດໝາຍຕອບຄືນໃຫ້ກັບສາສະດາຈານອາວຸໂສຂອງມະຫາວິທະຍາໄລວິທະຍາສາດເຕັກນິກປັກກິ່ງ, ໂດຍສະເໜີຄວາມມຸ່ງຫວັງຢ່າງສູງຕໍ່ການບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດລະດັບສູງ, ຊຸກຍູ້ການພັດທະນາແບບປະດິດສ້າງໃໝ່ຂອງອຸດສາຫະກຳເຫຼັກກ້າ, ການພັດທະນາແບບສີຂຽວ ແລະ ກາກບອນຕ່ຳ.


ເນື້ອໃນຈົດໝາຍໄດ້ລະບຸວ່າ, ນັບແຕ່ການສ້າງຕັ້ງຂຶ້ນເປັນຕົ້ນມາ, ມະຫາວິທະຍາໄລວິທະຍາສາດເຕັກນິກປັກກິ່ງກໍ່ໄດ້ປະກອບສ່ວນອັນຕັ້ງໜ້າເຂົ້າໃນການພັດທະນາອຸດສາຫະກຳເຫຼັກກ້າຂອງຈີນ, ເນື່ອງໃນໂອກາດວັນສ້າງຕັ້ງ ມະຫາວິທະຍາໄລວິທະຍາສາດເຕັກນິກປັກກິ່ງຄົບຮອບ 70 ປີ, ຂໍສະແດງຄວາມຊົມເຊີຍຢ່າງສຸດໃຈ ແລະ ຄວາມຢື້ຢາມຖາມຂ່າວຢ່າງຈິງໃຈຕໍ່ອາຈານ ນັກສຶກສາ ພະນັກງານ ກໍຄືຜູ້ຮຽນຈົບຈາກມະຫາວິທະຍາໄລວິທະຍາສາດເຕັກນິກປັກກິ່ງທັງຫຼາຍ.


ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ, ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນຕ້ອງການບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດຈຳນວນຫຼວງຫຼາຍຢ່າງຮີບດ່ວນ, ຫວັງວ່າບັນດາສະຫາຍຈະສືບຕໍ່ເສີມຂະຫຍາຍຈິດໃຈທີ່ດຳເນີນການຄົ້ນຄວ້າທິດສະດີຢ່າງສຸຂຸມຮອບຄອບ ແລະ ຍິນດີເປັນຂັ້ນໄດໃຫ້ກັບຄົນຮຸ່ນຫຼັງ, ຍຶດໝັ້ນສີສັນພິເສດ ຍາດແຍ່ງສ້າງຜົນງານລະດັບສຸດຍອດ, ບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດສູງທີ່ເຊື່ອຟັງພັກ, ກ້າວເດີນໄປຕາມຫຼັງພັກ, ມີອຸດົມການ ແລະ ມີຄວາມສາມາດ, ຍິນດີອຸທິດຕົນເພື່ອປະເທດຊາດ, ຊຸກຍູ້ການພັດທະນາແບບປະດິດສ້າງໃໝ່ຂອງອຸດສາຫະກຳເຫຼັກກ້າ, ການພັດທະນາແບບສີຂຽວ ແລະ ກາກບອນຕ່ຳ, ປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າເພື່ອສ້າງກະດູກສັນຫຼັງອັນແຂງແກ່ນໃຫ້ປະເທດຊາດເຂັ້ມແຂງດ້ານວິທະຍາສາດເຕັກນິກ ແລະ ປະເທດຊາດເຂັ້ມແຂງດ້ານອຸດສາຫະກຳການຜະລິດ.