ຈີນໄດ້ດຳເນີນການເຄື່ອນໄຫວສະເພາະເພື່ອປາບປາມຄວາມຮຸນແຮງທາງອິນເຕີເນັດຢ່າງຮອບດ້ານ

2022-04-25 14:57:32 CRI

ວັນທີ 24 ເມສາ 2022, ຫ້ອງການຄະນະກຳມະການຄວາມປອດໄພດ້ານອິນເຕີເນັດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຂອງສູນກາງພັກກອມມູນິດຈີນໄດ້ໃຫ້ຮູ້ວ່າ, ເພື່ອປ້ອງກັນ ແລະ ແກ້ໄຂບັນຫາຄວາມຮຸນແຮງທາງອິນເຕີເນັດໃຫ້ມີປະສິດທິຜົນ, ຮັບປະກັນສິດຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງຜູ້ໃຊ້ອິນເຕີເນັດຈຳນວນມະຫາສານຢ່າງແທ້ຈິງ, ຫວ່າງມໍ່ໆມານີ້, ຫ້ອງການຄະນະກຳມະການຄວາມປອດໄພດ້ານອິນເຕີເນັດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຂອງສູນກາງພັກກອມມູນິດຈີນໄດ້ວາງແຜນດຳເນີນການເຄື່ອນໄຫວສະເພາະເພື່ອປາບປາມຄວາມຮຸນແຮງທາງອິນເຕີເນັດ, ໂດຍສຸມໃສ່ 18ເວັບໄຊທີ່ມັກເກີດມີບັນຫາຄວາມຮຸນແຮງທາງອິນເຕີເນັດເລື້ອຍໆ ແລະ ມີຜົນກະທົບອັນໜັກໜ່ວງຕໍ່ສັງຄົມ, ເພື່ອດຳເນີນການຄຸ້ມຄອງໃນຢ່າງເຖິງຖອງ.


ເຈົ້າໜ້າທີ່ ຫ້ອງການຄະນະກຳມະການຄວາມປອດໄພດ້ານອິນເຕີເນັດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຂອງສູນກາງພັກກອມມູນິດຈີນກ່າວວ່າ, ການເຄື່ອນໄຫວລາຍສະເພາະດັ່ງກ່າວຈະດຳເນີນການຄຸ້ມຄອງຢ່າງເຖິງຖອງ ໂດຍຜ່ານມາດຕະການຕ່າງໆ, ເຊັ່ນ: ສ້າງ ແລະ ບູລະນະກົນໄກຕິດຕາມກວດກາ, ປ້ອງກັນຢູ່ທຸກເວລາ, ແກ້ໄຂເມື່ອເກີດເຫດ, ສືບຫາຕົ້ນກຳເນີດເພື່ອທາວຫາຄວາມຮັບຜິດຊອບ, ເປີດໂປງຜູ້ກະທຳຜິດ ແລະອື່ນໆ.


ເຈົ້າໜ້າທີ່ທີ່ກ່ຽວຂ້ອງໄດ້ຮຽກຮ້ອງວ່າ, ອິນເຕີເນັດບໍ່ແມ່ນສະຖານທີ່ທີ່ຢູ່ນອກການຄຸ້ມຄອງດ້ວຍກົດໝາຍ, ເວັບໄຊຕ່າງໆຕ້ອງເພີ່ມທະວີການໂຄສະນາ, ແນະນຳຜູ້ໃຊ້ອິນເຕີເນັດທັງຫຼາຍຄວນປະຕິບັດຕາມກົດໝາຍກົດລະບຽບຢ່າງເຂັ້ມງວດ, ເຄົາລົບຄຸນນະທຳຂອງສັງຄົມ ແລະ ຈາລິຍະທຳ, ຮ່ວມກັນຕໍ່ຕ້ານການໃຊ້ຄວາມຮຸນແຮງທາງອິນເຕີເນັດ, ເດັດດ່ຽວປ້ອງກັນບໍ່ໃຫ້ຜູ້ໃຊ້ອິນເຕີເນັດຖືກທຳຮ້າຍຈາກການໃຊ້ຄວາມຮຸນແຮງທາງອິນເຕີເນັດ.