ຈີນໄດ້ນຳໃຊ້ອະວະກາດໂດຍສັນຕິດ້ວຍຈິດໃຈທີ່ສະແຫວງຫາຄວາມສຸກໃຫ້ກັບມວນມະນຸດຢ່າງສະເໝີຕົ້ນສະເໝີປາຍ

2022-04-26 14:03:38 cri


ວັນທີ 25 ເມສານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວເນັ້ນໜັກໃນກອງປະຊຸມຖະແຫຼງຂ່າວວ່າ: ຈີນໄດ້ນຳໃຊ້ອະວະກາດໂດຍສັນຕິດ້ວຍຈິດໃຈທີ່ສະແຫວງຫາຄວາມສຸກໃຫ້ກັບມວນມະນຸດຢ່າງສະເໝີຕົ້ນສະເໝີ ປາຍ.

ຕາມຂ່າວແຈ້ງວ່າ: ອົງການການບິນອະວະກາດແຫ່ງຊາດຈີນໄດ້ໃຫ້ຮູ້ໃນເມື່ອບໍ່ດົນມານີ້ວ່າ: ຈີນຈະຕິດຕັ້ງລະບົບປ້ອງກັນດາວເຄາະນ້ອຍທີ່ຢູ່ໃກ້ກັບໜ່ວຍໂລກ. ໃນເວລາຕອບຄຳຖາມກ່ຽວກັບການຕິດຕັ້ງລະບົບທີ່ກ່ຽວຂ້ອງຈະມີແຜນຮ່ວມມືກັບສາກົນຫຼືບໍ່ນັ້ນ, ທ່ານວ່າງເວີນປິ່ນກ່າວວ່າ: “ຈີນໄດ້ນຳໃຊ້ອະວະກາດໂດຍສັນຕິດ້ວຍຈິດໃຈທີ່ສະແຫວງຫາຄວາມສຸກໃຫ້ກັບມວນມະນຸດຢ່າງສະເໝີຕົ້ນສະເໝີປາຍ, ການທີ່ຈີນຕິດຕັ້ງລະບົບປ້ອງກັນດາວເຄາະນ້ອຍທີ່ຢູ່ໃກ້ກັບໜ່ວຍໂລກ ແມ່ນມີເປົ້າໝາຍເພື່ອປ້ອງກັນບໍ່ໃຫ້ເກີດມີສະພາບດາວເຄາະນ້ອຍໂຄຈອນມາຕຳໜ່ວຍໂລກ ເຊິ່ງເປັນສິ່ງທ້າທາຍທີ່ມວນມະນຸດຈະປະເຊີນຮ່ວມກັນ. ຈີນຈະສືບຕໍ່ຜ່ານຄະນະກຳມະການນຳໃຊ້ອະວະກາດໂດຍສັນຕິຂອງອົງການ ສປຊ ແລະກົນໄກຫຼາຍຝ່າຍທີ່ກ່ຽວຂ້ອງອື່ນໆ, ດຳເນີນການແລກປ່ຽນແລະການຮ່ວມມືກັບປະເທດຕ່າງໆ ເພື່ອປະກອບສ່ວນເຂົ້າໃນການປ້ອງກັນຄວາມປອດໄພຂອງໜ່ວຍໂລກກໍຄືຂອງມວນມະນຸດ.”