ບົດລາຍງານ ສປຊ ສະແດງໃຫ້ເຫັນວ່າ ຈຳນວນໄພພິບັດທົ່ວໂລກໄດ້ເພີ່ມຂຶ້ນຢ່າງວ່ອງໄວ

2022-04-27 17:31:32 cri



   ບົດລາຍງານສະບັບໜຶ່ງທີ່ຫ້ອງການຫຼຸດຜ່ອນຄວາມສ່ຽງໄພພິບັດຂອງ ອົງການສະຫະປະຊາຊາດໄດ້ເຜີຍແຜ່ໃນວັນທີ 26 ເມສານີ້ໃຫ້ຮູ້ ວ່າ:ໂດຍໄດ້ ຮັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດແລະການກະທຳຂອງມະ ນຸດຈຳນວນໜຶ່ງແລະປັດໄຈອື່ນໆ,ຈຳນວນໄພພິບັດໃນທົ່ວໂລກໄດ້ ເພີ່ມຂຶ້ນຢ່າງວ່ອງໄວ,ຄາດວ່າ ຮອດປີ 2030 ໄພພິບັດຂະໜາດກາງແລະໃຫຍ່ ໃນທົ່ວໂລກຈະມີເຖິງ 560 ເທື່ອຕໍ່ປີ,ສະເລ່ຍ 1,5 ເທື່ອຕໍ່ມື້.


  ບົດລາຍງານໄດ້ລະບຸວ່າ:ໃນ 10 ປີຜ່ານມາ,ຄວາມເສຍຫາຍຍ້ອນໄພພິບັດ ໃນທົ່ວໂລກມີເຖິງ 170 ຕື້ໂດລາສະຫະລັດຕໍ່ປີ,ປະເທດພວມພັດທະນາ ໄດ້ຮັບຜົນກະທົບທີ່ໜັກໜ່ວງກວ່າໝູ່.ໄພພິບັດໄດ້ເຮັດໃຫ້ພາກພື້ນອາຊີ-ປາຊິຟິກ ໄດ້ຮັບຄວາມເສຍຫາຍດ້ານເສດຖະກິດໜັກໜ່ວງກວ່າໝູ່.