ສະມາຊິກອົງການການຄ້າໂລກຊຸກຍູ້ການປະຕິຮູບກົນໄກແກ້ໄຂຄວາມຂັດແຍ້ງ

2022-04-28 14:10:22 CRI


ວັນທີ 27 ເມສາປີ 2022, ອົງການການຄ້າໂລກໄດ້ຈັດກອງປະຊຸມວ່າດ້ວຍກົນໄກແກ້ໄຂຄວາມຂັດແຍ້ງ, ແມັກຊິກໄດ້ຕາງໜ້າ 123 ສະມາຊິກອົງການການຄ້າໂລກປະກອບຄຳເຫັນ, ໂດຍໄດ້ສະເໜີຍັດຕິວ່າດ້ວຍການລິເລີ່ມຂັ້ນຕອນຄັດເລືອກຂອງອົງການກ່າວຟ້ອງ.

 

ຜູ້ແທນແມັກຊິກກ່າວວ່າ, ສະມາຊິກທີ່ສະເໜີຍັດຕິດັ່ງກ່າວມີຈຳນວນຫຼວງຫຼາຍ, ເຊິ່ງໄດ້ສະແດງໃຫ້ເຫັນວ່າສະມາຊິກມີຄວາມເປັນຫ່ວງຮ່ວມກັນຕໍ່ກັບສະພາບການຂອງອົງການກ່າວຟ້ອງໃນປັດຈຸບັນນີ້, ຍ້ອນ ກົນໄກແກ້ໄຂຄວາມຂັດແຍ້ງຂອງອົງການການຄ້າໂລກໄດ້ຮັບຜົນກະທົບຢ່າງຮ້າຍແຮງ, ໄດ້ທຳລາຍຜົນປະໂຫຍດຂອງສະມາຊິກ; ແຕ່ອາເມຣິກາກ່າວວ່າ ຈະບໍ່ສະໜັບສະໜູນການແຕ່ງຕັ້ງເຈົ້າໜ້າທີ່ອົງການກ່າວຟ້ອງຄົນໃໝ່, ຄວາມເປັນຫ່ວງທີ່ມີຕໍ່ກົນໄກດັ່ງກ່າວທີ່ມີມາຢ່າງຍາວນານຍັງບໍ່ທັນສາມາດແກ້ໄຂເທື່ອ, ເຖິງຢ່າງໃດກໍຕ້ອງສະໜັບສະໜູນການປະຕິຮູບກົນໄກແກ້ໄຂຄວາມຂັດແຍ້ງ; ມີຄະນະຜູ້ແທນຫຼາຍກວ່າ 20 ຄະນະໄດ້ເນັ້ນໜັກຄືນບົດບາດອັນສຳຄັນຂອງກົນໄກແກ້ໄຂຄວາມຂັດແຍ້ງຂອງອົງການການຄ້າໂລກທີ່ມີຕໍ່ຄວາມໝັ້ນທ່ຽງ ແລະ ຄວາມສາມາດຄາດຄະເນໄດ້ຂອງໂຄງປະກອບການຄ້າຫຼາຍຝ່າຍ, ໂດຍຮຽກຮ້ອງໃຫ້ສະມາຊິກທັງໝົດດຳເນີນການປຶກສາຫາລືກັນທີ່ມີລັກສະນະສ້າງສັນ, ເພື່ອເຮັດໃຫ້ກົນໄກແກ້ໄຂຄວາມຂັດແຍ້ງສາມາດຟື້ນຟູການເຮັດວຽກຄືນໃໝ່ໄດ້ຢ່າງເຕັມສ່ວນ.