ປະເທດເຫຼົ່ານີ້ຈະມີສິດຫຍັງມາຊີ້ໄມ້ຊີ້ມືໃສ່ສັນຍາຂອບການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງຈີນ ແລະ ໝູ່ເກາະໂຊໂລມອນ

2022-04-28 17:11:24 CRI

ວັນທີ 28 ເມສາ ປີ 2022, ທ່ານເຊ້ເຟີ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມພິທີເປີດນຳໃຊ້ສູນການຮ່ວມມືເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດລະຫວ່າງຈີນ-ປະເທດໝູ່ເກາະໂຊໂລມອນ ທັງໄດ້ກ່າວຄຳປາໄສ. ສຳລັບເລື່ອງທີ່ບາງປະເທດໃສ່ຮ້າຍປ້າຍສີ ແລະມີເຈດຕະນາກີດຂວາງການປຶກສາຫາລື ແລະ ການລົງນາມໃນສັນຍາຂອບການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງລັດຖະບານຈີນ-ໂຊໂລມອນໃນຫວ່າງມໍ່ໆມານີ້, ທ່ານເຊ້ເຟີ່ງ ໄດ້ຊີ້ແຈງຫຼັກໝັ້ນທີ່ເຄັ່ງຂຶມຂອງຈີນໃຫ້ກັບບຸກຄົນສຳຄັນທາງການເມືອງ, ທູຕານຸທູດປະຈຳຈີນ, ສື່ມວນຊົນຈີນ ແລະ ຕ່າງປະເທດທີ່ເຂົ້າຮ່ວມພິທີທາງອອນລາຍ ແລະ ອອຟລາຍ.

 

ທ່ານເຊ້ເຟີ່ງກ່າວວ່າ, ຈີນ ແລະ ໝູ່ເກາະໂຊໂລມອນໄດ້ປຶກສາກາລື ແລະ ລົງນາມໃນສັນຍາຂອບການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງລັດຖະບານສອງປະເທດ, ນີ້ແມ່ນການຮ່ວມມືປະຕິບັດກົດໝາຍ ແລະ ຄວາມໝັ້ນຄົງ, ສອດຄ່ອງກັບກົດໝາຍສາກົນ ແລະ ຄວາມຊິນເຄີຍສາກົນ, ເຊິ່ງມີລັກສະນະເປີດເຜີຍ ແລະ ປອດໂປ່ງ, ບໍ່ມີເຈດຕະນາແນໃສ່ຝ່າຍທີ 3, ກໍບໍ່ໄດ້ກະທົບເຖິງການຮ່ວມມືລະຫວ່າງໝູ່ເກາະໂຊໂລມອນກັບຄູ່ຮ່ວມມືອື່ນໆ, ລວມທັງກົນໄກຮ່ວມມືຂອງພາກພື້ນທີ່ມີຢູ່ໃນປັດຈຸບັນ, ເຊິ່ງສອດຄ່ອງກັບຜົນປະໂຫຍດຮ່ວມຂອງໝູ່ເກາະໂຊໂລມອນ ກໍຄືພາກພື້ນມະຫາສະໝຸດປາຊິຟິກໃຕ້. ນີ້ມີຄວາມແຕກຕ່າງຢ່າງຫຼວງຫຼາຍກັບທາດແທ້ຂອງບາງປະເທດທີ່ສ້າງກຸ່ມກ້ອນຄັບແຄບ, ຍຸແຍ່ໃຫ້ເກີດມີການການປະທະກັນລະຫວ່າງກຸ່ມຕ່າງໆ, ເຮັດໃຫ້ສະຖານະການພາກພື້ນເຄັ່ງຕຶງຂຶ້ນເລື້ອຍໆ. ຄັນຊັ້ນປະເທດເຫຼົ່ານີ້ຈະມີສິດຫຍັງມາຊີ້ໄມ້ຊີ້ມືໃສ່ສັນຍາຂອບການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງຈີນ ແລະ ໝູ່ເກາະໂຊໂລມອນ.