ໃນໄຕມາດທີ1, ຈຳນວນການລົງທຶນໂດຍກົງຂອງຕ່າງປະເທດຢູ່ຈີນມີຫຼາຍກວ່າຈຳການລົງທຶນຂອງຈີນຢູ່ຕ່າງປະເທດ ເຊິ່ງໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ

2022-04-28 10:58:39 cri

ວັນທີ 27 ເມສານີ້, ອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນ ໄດ້ເປີດເຜີຍຕົວເລກສະຖິຕິເບື້ອງຕົ້ນຂອງບົດລາຍງານກ່ຽວກັບຄວາມດຸນດ່ຽງດ້ານລາຍຮັບລາຍຈ່າຍສາກົນຂອງຈີນໃນໄຕມາດທີ1ປີ2022ນີ້ ເຊິ່ງສະແດງໃຫ້ເຫັນວ່າ: ໄຕມາດ ທີ1ປີນີ້, ລາຍຮັບລາຍຈ່າຍສາກົນຂອງຈີນສາມາດຮັກສາຄວາມດຸນດ່ຽງໄດ້ໂດຍພື້ນຖານ. ໃນນີ້, ໃນໄຕມາດທີ1, ຈຳນວນການລົງທຶນໂດຍກົງຂອງຕ່າງປະເທດຢູ່ຈີນມີຫຼາຍກວ່າຈຳນວນການລົງທຶນຂອງຈີນຢູ່ຕ່າງປະເທດເຖິງ 107ຕື້ໂດລາສະຫະລັດ, ເຊິ່ງໄດ້ສ້າງສະຖິຕິສູງສຸດອີກຄັ້ງໃຫມ່ໃນປະຫວັດສາດ. ທ່ານເວີ່ນປິ່ນ ຫົວຫນ້ານັກຄົ້ນຄວ້າຂອງທະນາຄານມິນເຊີ່ງຂອງຈີນໄດ້ວິເຄາະໂດຍຊີ້ໃຫ້ເຫັນວ່າ: ‍‍

‍‍ “ນີ້ໄດ້ສ່ອງແສງໃຫ້ເຫັນວ່າ:ເສດຖະກິດຈີນມີພື້ນຖານອັນໝັ້ນແກ່ນແລະ ມີຄວາມເຂັ້ມແຂງ, ນັກລົງທຶນຕ່າງປະເທດເບິ່ງອະນາຄົດການພັດທະນາ ເສດຖະກິດຈີນໄປໃນທາງທີ່ດີ ແລະມີຄວາມປາຖະໜາຫຼາຍສົມຄວນທີ່ຢາກລົງ ທຶນຢູ່ຈີນ. ການລົງທຶນໂດຍກົງຂອງຈີນຢູ່ຕ່າງປະເທດແມ່ນຫຼາຍກວ່າຕ່າງປະ ເທດລົງທຶນໂດຍກົງຢູ່ຈີນເຖິງ 42 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເກືອບ 3% ເມື່ອທຽບໃສ່ໄຕມາດທີ4ຂອງປີຜ່ານມາ, ເຊິ່ງໄດ້ສ່ອງແສງໃຫ້ເຫັນວ່າວິສາຫະກິດ ຈີນໄດ້ອອກໄປລົງທຶນຢູ່ຕ່າງປະເທດຢ່າງມີລະບຽບ. ”

   ຜູ້ຊ່ຽວຊານຊີ້ໃຫ້ເຫັນວ່າ: ໄປຄຽງຄູ່ກັບຈີນໄດວາງນະໂຍບາຍ ໃຫ້ເຂັ້ມແຂງຂຶ້ນເພື່ອສະຫນັບສະຫນູນໃຫ້ເສດຖະກິດສືບຕໍ່ເຕີບໂຕຢ່າງຫມັ້ນທ່ຽງ, ໃນອະນາຄົດ, ເສດຖະກິດຈີນມີຫວັງຈະເຕີບໂຕຄືນຢ່າງຫມັ້ນທ່ຽງ ແລະຈະ ສືບຕໍ່ພັດທະນາຢູ່ໃນລະດັບທີ່ສົມເຫດສົມຜົນ  ເຊິ່ງຈະສ້າງພື້ນຖານອັນຫນັກ ແຫນ້ນໃຫ້ແກ່ສະພາບລາຍຮັບລາຍຈ່າຍສາກົນຂອງຈີນໃຫ້ສືບຕໍ່ມີຄວາມດຸນດ່ຽງ ໂດຍພື້ນຖານ.