MV “ເພງເປີດສາກການສະແດງວັນບຸນ” ຂອງ CGTN ໄດ້ຮັບລາງວັນຄຳໃນເທດສະການຮູບເງົາໂທລະພາບສາກົນນິວຢອກ

2022-04-28 16:27:23 cri


ຕອນຄ່ຳວັນທີ 26 ເມສາ ຕາມເວລາທ້ອງຖິ່ນອາເມຣິກາ, ເທດສະການຮູບເງົາໂທລະພາບສາກົນນິວຢອກ 2022 ໄດ້ປະກາດຜົນການປະກວດລາງວັນຕ່າງໆ, ວິດີໂອດົນຕີ ຫຼື MV ເລື່ອງ “ເພງເປີດສາກການສະແດງວັນບຸນ” ທີ່ຜະລິດໂດຍໂທລະພາບສາກົນແຫ່ງປະເທດຈີນ ຫຼື CGTN ທີ່ຂຶ້ນກັບສະຖານີວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຮັບລາງວັນຄຳປະເພດການສະແດງສິລະປະວັດທະນະທຳ.


“ເພງເປີດສາກການສະແດງວັນບຸນ” ຂອງ CGTN ເປັນວິດີໂອດົນຕີເລື່ອງໜຶ່ງທີ່ສະທ້ອນໃຫ້ເຫັນເຖິງການສົນທະນາ ແລະ ການແລກປ່ຽນວັດທະນະທຳລະຫວ່າງຈີນ ກັບ ຕ່າງປະເທດບົນຈິດໃຈມິດຕະພາບດ້ານໂດຍຜ່ານການເສບດົນຕີ.


ເນື່ອງໃນໂອກາດປີໃໝ່ 2022 ໄດ້ໝູນວຽນມາເຖິງ, CGTN ໄດ້ເຊື້ອເຊີນນັກດົນຕີຊາວໜຸ່ມຈາກ 8 ປະເທດໃນໂລກ ມາຮ່ວມກັນເສບດົນຕີໃນ “ເພງເປີດສາກການສະແດງວັນບຸນ” ເຊິ່ງເປັນເພງດຸລິຍາງແບບພື້ນເມືອງຈີນ ທີ່ແຕ່ງໂດຍທ່ານ ເຊີ່ວ້ານຊຸ່ນ ນັກແຕ່ງທຳນອງເພງຂອງຈີນ ເພື່ອແນະນຳ ແລະ ໂຄສະນາວັດທະນະທຳດີເດັ່ນທີ່ມີສີສັນພິເສດຂອງຈີນໃຫ້ກັບໂລກໂດຍຜ່ານຮູບແບບດົນຕີ.


ໃນໂອກາດເລີກງາມຍາມດີທີ່ທົ່ວໂລກ ສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ຮ່ວມກັນ, ວິດີໂອດົນຕີດັ່ງກ່າວ ໄດ້ເປັນການສົ່ງຄຳອວຍພອນໃຫ້ຜູ້ຊົມທົ່ວໂລກດ້ວຍດົນຕີ ເພື່ອຊຸກຍູ້ການແລກປ່ຽນວັດທະນະທຳລະຫວ່າງຈີນ ກັບ ຕ່າງປະເທດ.