ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການ ສປຊ ກ່າວວ່າ: ຈີນແມ່ນເພື່ອນມິດທີ່ຈິງໃຈຂອງປະເທດຂະໜາດກາງແລະນ້ອຍທັງຫຼາຍ

2022-04-29 16:45:34 cri

 ວັນທີ28ເມສານີ້, ອົງການ ສປຊ ໄດ້ຈັດກອງປະຊຸມໂຕະມົນລະດັບສູງກ່ຽວກັບ “ປະເທດນ້ອຍ, ລັດທິຫຼາຍຝ່າຍແລະກົດໝາຍສາກົນ”. ທ່ານຈ່າງຈຸ່ນ ຜູ້ຕາງໜ້າຖາວອນຂອງ ສປ ຈີນປະຈຳອົງການ  ສປຊ ກ່າວວ່າ: ປັດຈຸບັນ, ສັນຕິພາບແລະການພັດທະນາໄດ້ປະເຊີນກັບສິ່ງທ້າທາຍອັນຂ້ຽວຂາດ, ປັດໄຈທີ່ບໍ່ແນ່ນອນແລະ ບໍ່ໝັ້ນທຽງໄດ້ເກີດຂຶ້ນຢ່າງສະຫຼັບສັບຊ້ອນກັນ, ປະເທດຕ່າງໆ ໂດຍສະເພາະປະເທດນ້ອຍພວມໄດ້ຮັບຄວາມກົດດັນທີ່ໜັກໜ່ວງ.

 ທ່ານຈ່າງຈຸ່ນກ່າວວ່າ: ຍິ່ງຢູ່ໃນໄລຍະທີ່ມີວິກິດການ, ຍິ່ງສະແດງໃຫ້ເຫັນຢ່າງຈະແຈ້ງວ່າ: ມວນມະນຸດແມ່ນປະຊາຄົມຮ່ວມຊາຕາກຳ, ພວກເຮົາຄວນພະຍາຍາມຢ່າງບໍ່ລົດລະເພື່ອສ້າງສາບ້ານເມືອງຂອງໜ່ວຍໂລກຮ່ວມກັນ. ຫວ່າງມໍ່ໆມານີ້, ທ່ານສີຈິ້ນຜິງປະທານປະເທດຈີນໄດ້ສະເໜີຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກເຊິ່ງເປັນແຜນການແກ້ໄຂບັນຫາສັນຕິພາບ ແລະ ການຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງ, ທັງໄດ້ເວົ້າເຖິງຄວາມປາຖະໜາຮ່ວມຂອງປະຊາຄົມໂລກທີ່ສະແຫວງຫາສັນຕິພາບ, ການຮ່ວມມື ແລະຊຸກຍູ້ການພັດທະນາ. ທ່ານຈ່າງຈຸ່ນກ່າວເນັ້ນໜັກວ່າ: ໂດຍປະເຊີນກັບສິ່ງທ້າທາຍໃນປັດຈຸບັນ, ພວກເຮົາຄວນປະຕິບັດຕາມລັດທິຫຼາຍຝ່າຍທີ່ແທ້ຈິງຢ່າງສະເໝີຕົ້ນສະເໝີປາຍ, ຄວນຍຶດໝັ້ນຄວາມສະເໝີພາບກັນລະຫວ່າງປະເທດນ້ອຍກັບປະເທດໃຫຍ່ຢ່າງສະເໝີຕົ້ນສະເໝີປາຍ, ຄວນຮັກສາກົດໝາຍສາກົນໃຫ້ມີຄວາມຄົບຖ້ວນແລະເປັນເອກະພາບກັນຢ່າງສະເໝີຕົ້ນສະເໝີປາຍ.

ທ່ານຈ່າງຈຸ່ນກ່າວເນັ້ນອີກວ່າ: ນະໂຍບາຍການຕ່າງປະເທດຂອງຈີນແມ່ນເນັ້ນໃສ່ຄວາມສະເໝີພາບມາໂດຍຕະຫຼອດ, ຈີນແມ່ນເພື່ອນມິດທີ່ຈິງໃຈຂອງປະເທດຂະໜາດກາງແລະນ້ອຍທັງຫຼາຍ, ໄດ້ຢືນຢູ່ຄຽງຂ້າງປະເທດເຫຼົ່ານີ້ມາໂດຍຕະຫຼອດ. ໃນເວລາຕີລາຄາວ່າ:ລະບົບການບໍລິຫານຫຼາຍຝ່າຍມີຄວາມຍຸຕິທຳຫຼືບໍ່, ປະເທດນ້ອຍແມ່ນມີສິດປະກອບຄຳເຫັນທີ່ສຸດ. ປະເທດນ້ອຍໄດ້ເສີມຂະຫຍາຍບົດບາດສຳຄັນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຈັດຕັ້ງປະຕິບັດການພັດທະນາແບບຍືນຍົງ, ການປົກປັກຮັກສາລະບຽບການຄຸ້ມຄອງຕາມກົດໝາຍສາກົນແລະດ້ານອື່ນໆ. ໃນວຽກງານຂອງອົງການ ສປຊ ຕ້ອງຮັບຟັງຫາງສຽງຂອງປະເທດນ້ອຍຢ່າງເຕັມສ່ວນ ແລະ  ເອົາໃຈໃສ່ຄວາມຮຽກຮ້ອງຕ້ອງການຂອງປະເທດນ້ອຍຢ່າງແທ້ຈິງ.