ກອງປະຊຸມກົມການເມືອງສູນກາງພັກກອມມູນິດຈີນໄດ້ສຸມໃສ່ວິເຄາະ ແລະ ຄົ້ນຄວ້າສະພາບເສດຖະກິດແລະວຽກງານເສດຖະກິດໃນປັດຈຸບັນ

2022-04-29 16:30:55 cri

ວັນທີ 29 ເມສານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເປັນປະທານຈັດກອງປະຊຸມກົມການເມືອງສູນກາງພັກກອມມູນິດຈີນເພື່ອວິເຄາະ ແລະ ຄົ້ນຄວ້າກ່ຽວກັບສະພາບເສດຖະກິດ ແລະ ວຽກງານເສດຖະກິດໃນປັດຈຸບັນ, ພ້ອມທັງຄົ້ນຄວ້າພິຈາລະນາແຜນພັດທະນາຜູ້ມີຄວາມຮູ້ຄວາມສາມາດໃນໄລຍະປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14.

ທີ່ປະຊຸມໄດ້ຊີ້ໃຫ້ເຫັນວ່າ: ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແລະວິກິດການຢູ່ອູແກຼນໄດ້ພາໃຫ້ເກີດມີຄວາມສ່ຽງ ແລະ ສິ່ງທ້າທາຍຫຼາຍຂຶ້ນ, ສະພາບແວດລ້ອມການພັດທະນາເສດຖະກິດຂອງຈີນໄດ້ປະສົບກັບບັນຫາສະຫຼັບສັບຊ້ອນ,ຂ້ຽວຂາດ ແລະ ມີຄວາມບໍ່ແນ່ນອນຫຼາຍຂຶ້ນ, ການເຮັດໃຫ້ເສດຖະກິດເຕີບໂຕ, ການປະກອບອາຊີບ ແລະ ເຮັດໃຫ້ລາຄາສິນຄ້າສືບຕໍ່ມີຄວາມໝັ້ນທ່ຽງນັ້ນໄດ້ປະເຊີນກັບສິ່ງທ້າທາຍອັນໃໝ່, ສະນັ້ນ ການເຮັດວຽກງານເສດຖະກິດໃຫ້ດີ, ມີການຮັບປະກັນແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢ່າງແທ້ຈິງນັ້ນແມ່ນມີຄວາມສຳຄັນຫຼາຍທີ່ສຸດ.

ທີ່ປະຊຸມໄດ້ເນັ້ນໜັກວ່າ: ຕ້ອງອີງຕາມຈຸດພິເສດໃໝ່ຂອງສະພາບການແຜ່ລະບາດ ແລະ ການກາຍພັນຂອງເຊື້ອພະຍາດໂຄວິດ-19, ຕ້ອງປະສານສົມທົບກັນລະຫວ່າງວຽກງານປ້ອງກັນ ຄວບຄຸມພະຍາດ ແລະ ການພັດທະນາເສດຖະກິດສັງຄົມໃຫ້ເປັນເອກະພາບກັນຢ່າງມີປະສິດທິພາບສູງ, ຍຶດໝັ້ນໃນນະໂຍບາຍກຳຈັດພະຍາດໂຄວິດ 19 ໃຫ້ເປັນສູນຢູ່ທຸກເວລາ, ປ້ອງກັນຊີວິດ ແລະ ສຸຂະພາບຮ່າງກາຍຂອງປະຊາຊົນໃຫ້ປອດໄພຈົນສຸດຄວາມສາມາດ, ຫຼຸດຜ່ອນຜົນກະທົບຈາກສະພາບພະຍາດໂຄວິດ-19ທີ່ມີຕໍ່ການພັດທະນາເສດຖະກິດ-ສັງຄົມນັ້ນໃຫ້ໜ້ອຍລົງເທົ່າທີ່ຈະໜ້ອຍໄດ້.

ທີ່ປະຊຸມໄດ້ຮຽກຮ້ອງໃຫ້ເພີ່ມຄວາມເຂັ້ມແຂງໃນການດັດສົມຄວບຄຸມດ້ວຍນະໂຍບາຍມະຫາພາກ, ຮັກສາຄວາມໝັ້ນທ່ຽງດ້ານເສດຖະກິດຢ່າງໜັກແໜ້ນ, ພະຍາຍາມສູ້ຊົນເພື່ອບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມໝົດປີຕາມທີ່ໄດ້ກຳນົດໄວ້ລ່ວງໜ້າ, ເຮັດໃຫ້ເສດຖະກິດສືບຕໍ່ພັດທະນາຢູ່ໃນລະດັບທີ່ສົມເຫດສົມຜົນ.

ທີ່ປະຊຸມຍັງເນັ້ນໜັກຕື່ມວ່າ: ຕ້ອງຍຶດໝັ້ນໃນການວາງແຜນຈຸດສຸມ,ຊຸກຍູ້ການປະຕິບັດຕາມລຳດັບ, ເລັ່ງສ້າງສູນຜູ້ມີຄວາມຮູ້ຄວາມສາມາດສຳຄັນແລະສູນປະດິດສ້າງຂອງໂລກ.