ອົງການນາໂຕໄດ້ເຮັດໃຫ້ເອີຣົບວຸ້ນວາຍຫຼາຍແລ້ວ, ຍັງຈະສ້າງຄວາມວຸ້ນວາຍໃຫ້ກັບອາຊີປາຊີຟິກ ແລະໂລກຕື່ມອີກບໍ

2022-04-29 16:53:38 cri


ຕາມຂ່າວແຈ້ງວ່າ: ທ່ານນາງລີສ ຕຣັສ ລັດຖະມົນຕີກະຊວງການຕ່າງປະເທດອັງກິດໄດ້ກ່າວຕຳໜິວິຈານຈີນໃນເມື່ອບໍ່ດົນມານີ້ວ່າ: ຈີນຍັງບໍ່ທັນໄດ້ກ່າວປະນາມຣັດເຊຍທີ່ເຂົ້າຮຸກຮານອູແກຣນເທື່ອ.

ຕໍ່ກັບເລື່ອງນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫລງຂ່າວໃນວັນທີ 28 ເມສານີ້ວ່າ: ຕົນເອງໄດ້ສັງເກດເຫັນວ່າ ໃນຖ້ອຍຄວາມທີ່ກ່ຽວຂ້ອງຂອງທ່ານນາງລີສ ຕຣັສ ລັດຖະມົນຕີກະຊວງການຕ່າງປະເທດອັງກິດທີ່ກ່າວເຖິງ “ຫຼັກການ”. ໃນເມື່ອເປັນແບບນັ້ນ, “ຫຼັກການສາກົນຄວນແມ່ນຫຼັກການການພົວພັນສາກົນທີ່ຖືຈຸດປະສົງແລະຫຼັກການຂອງກົດບັດ ສປຊ ເປັນພື້ນຖານ, ແຕ່ບໍ່ແມ່ນກົດລະບຽບຂອງກຸ່ມກ້ອນທີ່ຄັບແຄບ.” ທ່ານວ່າງເວີນປິ່ນກ່າວຕື່ມວ່າ: “ທ່ານນາງ ລີສ ຕຣັສ ໄດ້ເວົ້າເຖິງອົງການນາໂຕ. ໃນເມື່ອສົງຄາມເຢັນໄດ້ສິ້ນສຸດລົງມາແຕ່ດົນແລ້ວ, ໃນຖານະເປັນອົງການທີ່ກຳເນີດຂຶ້ນໃນໄລຍະສົງຄາມເຢັນແລະເປັນກຸ່ມພັນທະມິດທາງການທະຫານທີ່ໃຫຍ່ທີ່ສຸດໃນໂລກ, ອົງການນາໂຕຄວນປັບໂຕໃນເລື່ອງທີ່ຈຳເປັນເພື່ອໃຫ້ສອດຄ່ອງກັບສະຖານະການ. ແຕ່ອົງການນາໂຕພັດຍຶດໝັ້ນໃນແນວຄິດຄວາມໝັ້ນຄົງແບບເກົ່າທີ່ຫຼ້າສະໄໝມາເປັນເວລາຍາວນານ, ທັງພາໃຫ້ເກີດມີການເປັນປໍລະປະກັນລະຫວ່າງກຸ່ມກ້ອນ ທັງກາຍເປັນເຄື່ອງມືຂອງບາງປະເທດທີ່ສະແຫວງຫາການເປັນເຈົ້າອຳນາດ.”

ທ່ານວ່າງເວີນປິ່ນກ່າວວ່າ: ອົງການນາໂຕແມ່ນອົງການທາງການທະຫານ, ໃນຊຸມປີມໍ່ໆມານີ້, ອົງການນີ້ໄດ້ສະແດງແສນຍານຸພາບທາງການທະຫານ ແລະ ຍຸແຍ່ເພື່ອໃຫ້ເກີດມີຄວາມຂັດແຍ້ງກັນຢູ່ເຂດອາຊີປາຊີຟິກ, ການຂະຫຍາຍສະມາຊິກອົງການນາໂຕໄປສູ່ທິດຕາເວັນອອກຕື່ມອີກໄດ້ສົ່ງຜົນກະທົບຕໍ່ສັນຕິພາບ, ສະຖຽນລະພາບແລະຄວາມໝັ້ນຄົງຖາວອນຂອງເອີຣົບ, ນີ້ເປັນເລື່ອງທີ່ໜ້າຄວນສຳນຶກຄືນ ອົງການນາໂຕໄດ້ເຮັດໃຫ້ເອີຣົບວຸ້ນວາຍຫຼາຍແລ້ວ, ຍັງຈະສ້າງຄວາມວຸ້ນວາຍໃຫ້ກັບອາຊີປາຊີຟິກ ແລະໂລກອີກຕື່ມບໍ?