ນາຍົກຈີນສົນທະນາກັບນາຍົກນອກແວຜ່ານທາງໂທລະສັບ

2022-04-30 15:38:34 cri


      ຕອນບ່າຍວັນທີ 29 ເມສານີ້, ຢູ່ຫ້ອງຮັບແຂກຈືກວ່າງເກີທີ່ຈົ່ງໜານໄຫ້, ທ່ານ ຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ສົນທະນາກັບທ່ານ ໂຈນັສ ກາຮາ ສໂຕວ ນາຍົກລັດຖະມົນຕີນອກແວຕາມການນັດໝາຍ.

      ທ່ານ ຫຼີເຄີ້ສຽງ ກ່າວວ່າ: ນອກແວແມ່ນຄູ່ຮ່ວມມືທີ່ສຳຄັນຂອງຈີນຢູ່ເອີຣົບເໜືອ,ປີ 2018, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບເຈົ້າຊີວິດຮາຣັດທີ ຂອງນອກແວຢ່າງສຳເລັດຜົນ ເຊິ່ງໄດ້ຊຸກຍູ້ການຂະຫຍາຍການພົວພັນລະຫວ່າງຈີນ-ນອກແວຢ່າງແຂງແຮງ. ຈີນຍິນດີລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດກັບຝ່າຍນອກແວ,ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ຂະຫຍາຍໄປໜ້າຢ່າງປອດໃສ. ເພີ່ມທະວີການຮ່ວມມືກັບນອກແວໃນຫຼາຍຂົງເຂດເຊັ່ນ:ເສດຖະກິດການຄ້າເປັນຕົ້ນ,ເພີ່ມການນຳເຂົ້າຜະລິດຕະພັນຂະແໜງການປະມົງແລະກະສິກຳທີ່ມີທ່າແຮງທີ່ດີຂອງນອກແວ.

     ທ່ານ ໂຈນັສ ກາຮາ ສໂຕວ ກ່າວວ່າ: ນອກແວແລະຈີນໄດ້ມີການພົວພັນທີ່ແໜ້ນແຟ້ນມາແຕ່ດົນນານ,ການຮ່ວມມືດ້ານເສດຖະກິດ-ການຄ້າແລະດ້ານອື່ນໆລະຫວ່າງສອງປະເທດໄດ້ພັດທະນາໄປໃນທາງທີ່ດີ, ນອກແວຍິນດີລົງເລິກການຮ່ວມມືກັບຝ່າຍຈີນໃນຂົງເຂດຕ່າງໆ,ເພີ່ມທະວີການແລກປ່ຽນດ້ານວັດທະນະທຳ,ແລະເປີດກວ້າງການຮ່ວມມືລະຫວ່າງວິສາຫະກິດຂອງສອງປະເທດ.