ເກີດການປະທະກັນອີກເທື່ອໜຶ່ງລະຫວ່າງປາເລັສຕີນກັບອິສຣາແອນກ່ອນເດືອນຖືສິນສິ້ນສຸດ

2022-04-30 15:35:04 cri

      ວັນທີ 29 ເມສານີ້, ຕຳຫຼວດອິສຣາແອນແລະປະຊາຊົນປາເລັສຕິນໄດ້ເກີດການປະທະກັນຢູ່ວັດມຸສລິມອັກຊາທີ່ເມືອງເກົ່າເຢລູຊາເລັມ. ສະພາຊີກວົງເດືອນແດງປາເລັສຕີນກ່າວວ່າ: ປັດຈຸບັນ,ການປະທະກັນໄດ້ເຮັດໃຫ້ປະຊາຊົນປາເລັສຕີນບາດເຈັບ 42 ຄົນ.

      ການປະທະກັນໄດ້ເກີດຂຶ້ນໃນໄລຍະທີ່ປະຊາຊົນປາເລັສຕີນພວມນົບໄຫວ້ຕອນເຊົ້າຢູ່ວັດມຸສລິມອັກຊາ. ອີງຕາມເຈົ້າໜ້າທີ່ຕຳຫຼວດອິສຣາແອນຖະແຫຼງໃຫ້ຮູ້ວ່າ: ມີຄົນປາເລັສຕີນຈຳນວນໜຶ່ງຖືທຸງຂະບວນການຕໍ່ຕ້ານຂອງອິສລາມປາເລັສຕີນຫຼືອົງການຮາມັສໄດ້ໂຍນກ້ອນຫີນແລະໝາກກະໂພກເຂົ້າໃສ່ຕຳຫຼວດ,ເຮັດໃຫ້ມີກ້ອນຫີນຕົກລົງຖືກກັບກຳແພງດ້ານຕາເວັນຕົກທີ່ເປັນສະຖານທີ່ສັກສິດຂອງສາດສະໜາຢີວທີ່ຕັ້ງຢູ່ຕີນພູ. ຕຳຫຼວດອິສຣາແອນຢາກຈະຂັບໄລ່ຄົນປາເລັສຕີນເຫຼົ່ານີ້ອອກໄປ,ຈຶ່ງເຮັດໃຫ້ເກີດການປະທະກັນ.