ເຮືອບິນໂດຍສານລຳໜຶ່ງຂອງອິນເດຍເກີດການສັ່ນສະເທືອນຍ້ອນປະສົບອາກາດປັ່ນປ່ວນ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 15 ຄົນ

2022-05-03 16:50:07 cri

      ຕາມສື່ມວນຊົນອິນເດຍລາຍງານໃນວັນທີ 2 ພຶດສະພານີ້ວ່າ: ຕອນຄ່ຳວັນທີ 1 ພຶດສະພານີ້, ເຮືອບິນໂດຍສານຖ້ຽວບິນພາຍໃນປະເທດລຳໜຶ່ງຂອງອິນເດຍໄດ້ເກີດການສັ່ນສະເທືອນໃນເວລາລົງຈອດຍ້ອນປະສົບອາກາດປັ່ນປ່ວນ, ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 15 ຄົນ.

      ຕາມໂທລະພາບນິວແດນລີຂອງອິນເດຍລາຍງານວ່າ: ຕອນຄ່ຳວັນທີ 1 ພຶດສະພານີ້,ເຮືອບິນໂດຍສານໂບອີ້ງ 737 ທີ່ບັນທຸກຜູ້ໂດຍສານ 188 ຄົນລຳໜຶ່ງຂອງບໍລິສັດການບິນສປາຍຊີເຈັດຂອງອິນເດຍໄດ້ບິນຈາກເມືອງມູມບາຍທາງພາກຕາເວັນຕົກໄປຍັງເມືອງດູກາປູທາງພາກຕາເວັນອອກຂອງອິນເດຍ. ໃນເວລາເຮືອບິນລົງຈອດໄດ້ປະສົບອາກາດປັ່ນປ່ວນ,ເຮັດໃຫ້ເຄື່ອງເດີນທາງໃນທ້ອງຍົນຈຳນວນໜຶ່ງຕົກລົງ ມີຜູ້ໂດຍສານ 12 ຄົນແລະພະນັກງານຈຸບິນ 3 ຄົນໄດ້ຮັບບາດເຈັບ. ຫຼັງຈາກນັ້ນເຮືອບິນລຳດັ່ງກ່າວໄດ້ລົງຈອດສະໜາມບິນຢ່າງປອດໄພ,ຜູ້ບາດເຈັບໄດ້ຮັບການປິ່ນປົວຢູ່ໂຮງໝໍທ້ອງຖິ່ນ,ແລະບໍ່ມີຄວາມສ່ຽງດ້ານຊີວິດ.