ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ພາໃຫ້ມີ “ອັດຕາການຕາຍສ່ວນເກີນ” 14,9 ລ້ານຄົນ

2022-05-06 16:38:47 cri


ວັນທີ 5 ພຶດສະພານີ້ຕາມເວລາທ້ອງຖິ່ນ, ອົງການອະນາໄມໂລກກ່າວວ່າ: ໃນໄລຍະລະຫວ່າງວັນທີ 1 ມັງກອນປີ 2020 ຫາວັນທີ 31 ທັນວາ ປີ 2021, ຈຳນວນຜູ້ເສຍຊີວິດຈາກການແຜ່ລະບາດຂອງພະຍາດໂຄວິດ-19ໂດຍກົງ ຫຼືທາງອ້ອມ ມີປະມານ 14,9 ລ້ານຄົນ. ອົງການອະນາໄມໂລກໄດ້ໃຊ້ຄຳສັບທີ່ວ່າ  “ອັດຕາການຕາຍສ່ວນເກີນ” ເຊິ່ງລວທັງຜູ້ເສຍຊີວິດຈາກເຊື້ອພະຍາດໂຄວິດ-19 ໂດຍກົງ ແລະຜູ້ເສຊີວິດຍ້ອນລະບົບສາທາລະນະສຸກ ກໍຄືຄົນໃນສັງຄົມທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19.

ອັດຕາການຕາຍສ່ວນເກີນ 84% ແມ່ນຢູ່ໃນພາກພື້ນອາຊີຕາເວັນອອກສຽງໃຕ້, ທະວີບເອີຣົບ ແລະທະວີບອາເມຣິກາ, ໃນຈຳນວນອັດຕາການຕາສ່ວນເກີນ 14,9 ລ້ານຄົນມີປະມານ 68% ແມ່ນຢູ່ໃນ 10 ປະເທດຂອງໂລກ. ໃນນັ້ນ, ເພດຊາຍກວມເອົາ 57%, ເພດຍິງກວມເອົາ 43%, ສ່ວນຜູ້ເຖົ້າກວມເອົາອັດຕາສູງກວ່ານີ້ອີກ. ໃນອັດຕາການຕາຍສ່ວນເກີນ 14,9 ລ້ານຄົນດັ່ງກ່າວ, ມີ 81% ແມ່ນຢູ່ໃນປະເທດທີ່ມີລາຍໄດ້ປານກາງ, ມີ 15% ແມ່ນຢູ່ໃນປະເທດທີ່ມີລາຍໄດ້ສູງ, ມີ 4% ແມ່ນຢູ່ໃນປະເທດທີ່ມີລາຍໄດ້ຕ່ຳ.