ຣັດເຊຍເປີດຊ່ອງທາງມະນຸດສະທຳສຳລັບໂຮງງານເຫຼັກກ້າອາຊອຟ

2022-05-06 16:47:03 cri

ໃນຫຼາຍມື້ມານີ້, ກອງທັບຣັດເຊຍໄດ້ໂຈມຕີໂຮງງານເຫຼັກກ້າອາຊອຟ ທີ່ນະຄອນມາຣີອູໂປນ ປະເທດອູແກຣນ. ສະນັ້ນ, ປະຊາຊົນອູແກຣນຈຳນວນຫຼວງຫຼາຍທີ່ຖືກປິດລ້ອມຢູ່ໃນໂຮງງານດັ່ງກ່າວ ຈຶ່ງໄດ້ຮັບຄວາມສົນໃຈເປັນພິເສດ.

ວັນທີ 5 ພຶດສະພານີ້, ທ່ານດີມິຕຣີ ເປສກົຟ ໂຄສົກປະທານາທິບໍດີຣັດເຊຍກ່າວວ່າ: ກອງທັບຣັດເຊຍຍັງຈະສືບຕໍ່ປິດລ້ອມໂຮງງານເຫຼັກກ້າອາຊອຟຕໍ່ໄປ, ແຕ່ມື້ດຽວກັນ ຣັດເຊຍກໍໄດ້ເປີດຊ່ອງທາງມະນຸດສະທຳສຳລັບໂຮງງານດັ່ງກ່າວແລ້ວ.

ວັນທີ 5 ພຶດສະພານີ້, ທ່ານມາຕິນ ກຣີຟຟິສ ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ທີ່ຮັບຜິດຊອບວຽກງານລັດທິມະນຸດສະທຳໄດ້ກ່າວຢືນຢັນຢູ່ນະຄອນຫຼວງວັກໂຊວີ ປະເທດໂປໂລຍວ່າ: ໃນມື້ດຽວກັນ, ໄດ້ມີໜ່ວຍງານມະນຸດສະທຳຂອງ ສປຊ ເດີນທາງໄປໂຮງງານເຫຼັກກ້າອາຊອຟແລ້ວ ເພື່ອປະຕິບັດໜ້າທີ່ຊ່ວຍປະຊາຊົນທີ່ຫຼົບໄພອອກມາ. ຕາມແຜນການທີ່ກຳນົດໄວ້, ໜ່ວຍງານດັ່ງກ່າວຈະເດີນທາງໄປຮອດໂຮງງານເຫຼັກກ້າອາຊອຟໃນຕອນເຊົ້າວັນທີ 6 ພຶດສະພານີ້.