ຈີນເດັດດ່ຽວຄັດຄ້ານອົງການນາໂຕທີ່ຍຸແຍ່ໃຫ້ເກີດມີການເປັນປໍລະປັກກັນລະຫວ່າງກຸ່ມຕ່າງໆໃນຂອບທົ່ວໂລກ

2022-05-06 15:46:02 cri


ວັນທີ 5 ພຶດສະພານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຈັດກອງປະຊຸມກ່ຽວກັບບັນຫາອູແກຼນ. ໃນກອງປະຊຸມດັ່ງກ່າວ, ທ່ານຈ່າງຈຸ່ນ ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງສຸມຄວາມພະຍາຍາມ, ເພື່ອຊຸກຍູ້ການຢຸດຍິງແລະ, ເຮັດໃຫ້ຜົນກະທົບດ້ານມະນຸດສະທຳທີ່ເກີດຂຶ້ນຍ້ອນການສູ້ຮົບກັນຫຼຸດລົງຈົນຮອດລະດັບຕ່ຳສຸດ.

ທ່ານຈ່າງຈຸ່ນ ຊີ້ໃຫ້ເຫັນວ່າ: ອົງການນາໂຕເວົ້າວ່າຕົນເອງເປັນອົງການທີ່ມີລັກສະນະປ້ອງກັນຕົນເອງ, ແຕ່ວ່າພາຍຫຼັງສົງຄາມເຢັນສິ້ນສຸດລົງແລ້ວພັດໄດ້ຂະຫຍາຍອິດທິພົນໄປສູ່ພາກຕາເວັນອອກຊ້ຳແລ້ວຊ້ຳອີກ, ແລະໄດ້ເຮັດສົງຄາມກັບປະເທດທີ່ມີສິດອະທິປະໄຕຕາມລຳພັງໃຈ, ສົ່ງຜົນເຮັດໃຫ້ປະຊາຊົນເສຍຊີວິດຈຳນວນຫຼວງຫຼາຍແລະເກີດວິກິດການດ້ານສິດທິມະນຸດ.

ທ່ານຈ່າງຈຸ່ນ ເນັ້ນໜັກວ່າ: ສົງຄາມເຢັນໄດ້ສິ້ນສຸດລົງມາແຕ່ດົນແລ້ວ, ອົງການນາໂຕຄວນປັບປຸງຕົນເອງໃຫ້ເຂົ້າກັບສະຖານະການ. ອົງການນາໂຕໄດ້ຍຶດໝັ້ນທັດສະນະຄວາມໝັ້ນຄົງທີ່ຫຼ້າຫຼັງ, ຕັ້ງໃຈຍຸແຍ່ໃຫ້ເກີດມີການເປັນປໍລະປັກກັນລະຫວ່າງກຸ່ມຕ່າງໆແລະສ້າງສະຖານະການຄວາມເຄັ່ງຕຶງໃນເອີຣົບ, ພາກພື້ນອາຊີປາຊີຟິກກໍຄືທົ່ວໂລກ, ການກະທຳແບບນີ້ໄດ້ທຳລາຍປະເທດອື່ນ, ທັງບໍ່ມີຜົນດີຕໍ່ຕົນເອງ, ຈີນເດັດດ່ຽວຄັດຄ້ານການກະທຳແບບນີ້.